ໄຂກອງປະຊຸມຫົວໜ້າກົມໃຫຍ່ພາສີບັນດາປະເທດ ອາຊຽນ ຄັ້ງທີ 33

(VOVWORLD) - ກອງປະຊຸມແມ່ນເວທີປາໄສເພື່ອໃຫ້ປະຊາຄົມພາສີ ອາຊຽນ ເພີ່ມທະວີການສົນທະນາ, ປຶກສາຫາລືກັບບັນດາຄູ່ຮ່ວມມືເຈລະຈາຂອງ ອາຊຽນ
ໄຂກອງປະຊຸມຫົວໜ້າກົມໃຫຍ່ພາສີບັນດາປະເທດ ອາຊຽນ ຄັ້ງທີ 33 - ảnh 1ທີ່ກອງປະຊຸມ
(ພາບ: haiquanonline.com.vn)

        ຕອນເຊົ້າວັນທີ 04 ມິຖຸນາ, ຢູ່ນະຄອນ ຝູກວກ, ແຂວງ ກຽນຢາງ, ໄດ້ໄຂກອງປະຊຸມຫົວໜ້າກົມໃຫຍ່ພາສີບັນດາປະເທດ ອາຊຽນ ຄັ້ງທີ 33, ດ້ວຍການເຂົ້າຮ່ວມຂອງຜູ້ແທນກວ່າ 100 ທ່ານທີ່ມາຈາກ 10 ຄະນະພາສີບັນດາປະເທດ ອາຊຽນ. ໂດຍຈັດຂຶ້ນແຕ່ວັນທີ 04 – 06 ມິຖຸນາ, ກອງປະຊຸມແມ່ນເວທີປາໄສເພື່ອໃຫ້ປະຊາຄົມພາສີ ອາຊຽນ ເພີ່ມທະວີການສົນທະນາ, ປຶກສາຫາລືກັບບັນດາຄູ່ຮ່ວມມືເຈລະຈາຂອງ ອາຊຽນ, ແນໃສ່ປະຕິບັດບັນດາເປົ້າໝາຍໃຫ້ສອດຄ່ອງກັບສະພາບການພັດທະນາເສດຖະກິດໃນໄລຍະໃໝ່, ຄື: ພາສີສີຂຽວ, ສ້າງລະບົບຊີວະພາບກ່ຽວກັບຂໍ້ມູນພາສີ, ຫັນຂະແໜງພາສີເປັນທັນສະໄໝ…

        ທ່ານນາງ ຫງວຽນທິຫວຽດງາ, ຮອງຫົວໜ້າກົມຮ່ວມມືສາກົນ, ກົມໃຫຍ່ພາສີ, ໃຫ້ຮູ້ວ່າ:

        “ກອງປະຊຸມໄດ້ສຸມໃສ່ບັນດາເນື້ອໃນກ່ຽວຂ້ອງເຖິງການຜ່ານແດນພາສີ, ກົນໄກແລກປ່ຽນບັນດາເອກະສານເອເລັກໂຕນິກປະຕູດຽວໃນ ອາຊຽນ ແລະ ເລື່ອງຮັບຮູ້ວິສາຫະກິດໃຫ້ບຸລິມະສິດເຊິ່ງກັນ ແລະ ກັນ. ພາສີ ຫວຽດນາມ ຈະຈັດບັນດາເຫດການຕາມກຸ່ມເຮັດວຽກ ກໍ່ຄືການປະຕິບັດວິວັດທະນາການຮ່ວມມືໃນປີເປັນປະທານ. ພິເສດ, ເລື່ອງບັນດາປະເທດ ອາຊຽນ ດຳເນີນບັນດາບັ້ນຕ້ານການຄ້າເຖື່ອນກໍ່ແມ່ນໜຶ່ງໃນບັນດາເນື້ອໃນເຊິ່ງພາສີ ຫວຽດນາມ ສົນໃຈ”.

ກອງປະຊຸມດຳເນີນ ດ້ວຍ 12 ເນື້ອໃນ, ໃນນັ້ນ ຕົກລົງກ່ຽວກັບທິດທາງການຮ່ວມມືດ້ານພາສີໃນໄລຍະຈະມາເຖິງ, ພິເສດແມ່ນຜ່ານແຜນການຍຸດທະສາດພັດທະນາພາສີ (SPCD) ໄລຍະ 2026 – 2030; ພິຈາລະນາບັນດາທ່າອ່ຽງພັດທະນາພາສີ ດ້ວຍບັນດາປັດໄຈໃໝ່, ລວມມີ: ການຫັນເປັນດີຈີຕອນ, ຫັນຂະແໜງພາສີເປັນອັດຕະໂນມັດ, ພື້ນຖານເສດຖະກິດໝູນວຽນ, ລັກສະນະຍືນຍົງ… ກອງປະຊຸມຍັງຈະຕົກລົງກ່ຽວກັບທິດທາງສືບຕໍ່ຜັນຂະຫຍາຍບັນຊີລາຍຊື່ປະເພດພາສີລວມ ອາຊຽນ, ກົນໄກປະຕູດຽວ ອາຊຽນ, ຂໍ້ຕົກລົງຮັບຮອງວິສາຫະກິດຮັບບຸລິມະສິດຂອງກັນໃນ ອາຊຽນ.

ຕອບກັບ

ຂ່າວ/ບົດ​ອື່ນ