ໄຂ​ກອງ​ປະ​ຊຸມ​ອະ​ນາ​ຄົດ ອາ​ຊີ

(VOVWORLD) -ເຂົ້າຮ່ວມກ່າວຄຳເຫັນທີ່ກອງປະຊຸມ, ທ່ານນາຍົກລັດຖະມົນຕີ ສິງກະໂປ ຫຼີຊຽນຫຼົງ, ທ່ານນາຍົກລັດຖະມົນຕີ ມາເລເຊຍ Dato Sri Ismail ແລະ ທ່ານຮອງນາຍົກລັດຖະມົນຕີ ຫວຽດນາມ ຟ້າມບິ່ງມິງ ລ້ວນແຕ່ມຸ່ງໄປເຖິງທິດນຳທີ່ວ່າ ເຮັດແນວໃດເພື່ອເສີມຂະຫຍາຍບົດບາດຂອງແຕ່ລະປະເທດ, ເພີ່ມທະວີການຮ່ວມມືເພື່ອແກ້ໄຂ ສິ່ງທ້າທາຍໃນໄລຍະຈະມາເຖິງ.
ໄຂ​ກອງ​ປະ​ຊຸມ​ອະ​ນາ​ຄົດ ອາ​ຊີ - ảnh 1ທ່ານນາຍົກລັດຖະມົນຕີສິງກະໂປ ຫຼີຊຽນຫຼົງ ກ່າວຄຳເຫັນທີ່ກອງປະຊຸມ

ຕອນເຊົ້າວັນທີ 26 ພຶດສະພາ, ກອງປະຊຸມອະນາຄົດອາຊີຄັ້ງທີ 27 ໄດ້ໄຂຂຶ້ນຢູ່ນະຄອນຫຼວງ ໂຕກຽວ, ປະເທດຍີ່ປຸ່ນ ໂດຍມີການເຂົ້າຮ່ວມໂດຍກົງຂອງການນຳອາຊີຫຼາຍທ່ານຄື ທ່ານນາຍົກລັດຖະມົນຕີສິງກະໂປ ຫຼີຊຽນຫຼົງ, ທ່ານນາຍົກລັດຖະມົນຕີ ໄທ ປະຢຸດ ຈັນໂອຊາ… ທ່ານຮອງນາຍົກລັດຖະມົນຕີ ຜູ້ປະຈຳການລັດຖະບານ ຫວຽດນາມ ຟ້າມບິ່ງມິງ ໄດ້ນຳໜ້າຄະນະຜູ້ແທນ ຫວຽດນາມເຂົ້າຮ່ວມກອງປະຊຸມດັ່ງກ່າວ.

        ເຂົ້າຮ່ວມກ່າວຄຳເຫັນທີ່ກອງປະຊຸມ, ທ່ານນາຍົກລັດຖະມົນຕີ ສິງກະໂປ ຫຼີຊຽນຫຼົງ, ທ່ານນາຍົກລັດຖະມົນຕີ ມາເລເຊຍ Dato Sri Ismail ແລະ ທ່ານຮອງນາຍົກລັດຖະມົນຕີ ຫວຽດນາມ ຟ້າມບິ່ງມິງ ລ້ວນແຕ່ມຸ່ງໄປເຖິງທິດນຳທີ່ວ່າ ເຮັດແນວໃດເພື່ອເສີມຂະຫຍາຍບົດບາດຂອງແຕ່ລະປະເທດ, ເພີ່ມທະວີການຮ່ວມມືເພື່ອແກ້ໄຂ ສິ່ງທ້າທາຍໃນໄລຍະຈະມາເຖິງ.

        ກອງປະຊຸມຄັ້ງນີ້ມີຫົວຂໍ້ “ກຳນົດບົດບາດຂອງອາຊີ ໃນໂລກທີ່ຖືກແບ່ງແຍກ”. ໄປຄຽງຄູ່ກັບການກ່າວຄຳປາໄສທາງໄກ ຂອງການນຳ, ມີຫຼາຍວາລະປະຊຸມປຶກສາຫາລືໄດ້ຈັດຕັ້ງໃນເວລາ 2 ວັນ ດ້ວຍຫົວຂໍ້ຄື:  ປ່ຽນແປງໂລກຈາກອາຊີ - ອະນາຄົດໄດ້ສ້າງຂຶ້ນດ້ວຍບັນດາວິສາຫະກິດ, ການປະທະກັນລະຫວ່າງອາເມລິກາ - ຈີນ ແລະ ຜົນສະທ້ອນຄວາມເປັນລະບຽບຮຽບຮ້ອຍ, ຄວາມໝັ້ນຄົງ,ເສດຖະກິດຂອງອາຊີ, ພັດທະນາວິສາຫະກິດອາຊີ ຜ່ານການພົວພົນແລກປ່ຽນວັດທະນະທຳ…ຈະໄດ້ຈັດຂຶ້ນ. ຜ່ານນັ້ນບັນດາປະເທດອາຊີຈະຮ່ວມມືກັນຢ່າງແໜ້ນແຟ້ນກ່ວາໃນການຮັບມືກັບສິ່ງທ້າທາຍໃໝ່ໃນພາກພື້ນ ແລະ ທົ່ວໂລກ, ກໍ່ສ້າງພາກພື້ນໃຫ້ພັດທະນາ, ປະກອບສ່ວນໃຫ້ແກ່ສັນຕິພາບ ແລະ ສະຖຽນລະພາບຂອງພາກພື້ນ.

ຕອບກັບ

ຂ່າວ/ບົດ​ອື່ນ