ໄຂກອງປະຊຸມອາຊຽນ-ຈີນກ່ຽວກັບການຊອກຫາກູ້ໄພກູ້ຊີບບົນທະເລຕາເວັນອອກ

(vovworld)-ຕອນ​ເຊົ້າ​ວັນ​ທີ 19/6 ຢູ່ ຮ່າ​ໂນ້ຍ​ໄດ້​ໄຂ​ກອງ​ປະຊຸມ​ສຳ​ມະ​ນາ ອາ​ຊຽນ-ຈີນ ດ້ວຍ​ຫົວ​ຂໍ້​ວ່າ: ​“​ເພີ່ມ​ທະວີ​ການ​ຮ່ວມ​ມື​ອາ​ຊຽນ-ຈີນ ​ໃນ​ການ​ຊອກ​ຫາ ​ແລະ ກູ້​ໄພ​ກູ້​ຊີບ​ສຳລັບ​ຄົນ ​ແລະ ​ເຮື​ອ,ກຳ​ປັ່ນຖືກປະສົບ​​ໄພ​ຢູ່​ທະ​ເລ​ຕາ​ເວັນ​ອອກ” ​ໂດຍ​ມີ​ການ​ເຂົ້າ​ຮ່ວມ​ຂອງ​ຜູ້​ແທນ 40 ທ່ານ ຊຶ່ງ​ແມ່ນ​ບັນດາ​ເຈົ້າ​ຫນ້າ​ທີ່ ​ແລະ ຜູ້​ຊ່ຽວຊານ​ມາ​ຈາກ ອາ​ຊຽນ, ຈີນ.  ຈຸດປະສົງ​ຂອງ​ກອງ​ປະຊຸມ​ສຳ​ມະ​ນາ​ແມ່ນແນ​ໃສ່​ຊອກ​ຫາ​ບັນດາ​ມາດ​ຕະການ​ຊຸກຍູ້​ການ​ຮ່ວມ​ມື​ລະຫວ່າງ ອາ​ຊຽນ ​ແລະ ຈີນ ​ໃນ​ການ​ຊອກ​ຫາ ​ແລະ ກູ້​​ໄພ​ກູ້​ຊີບ​ສຳລັບ​ຄົນ ​ແລະ ​ເຮືອ, ກຳ​ປັ່ນ​ຖືກ​ປະສົບ​ໄພ​ຢູ່​ທະ​ເລ​ຕາ​ເວັນ​ອອກ ປະກອບສ່ວນ​ປັບປຸງ​ສະພາບ​ສັນຕິພາບ, ສະຖຽນລະ​ພາບ ​ແລະ ຄວາມ​ເປັນ​ລະບຽບ​ຮຽບຮ້ອຍ​ຢູ່​ທະ​ເລ​ຕາ​ເວັນ​ອອກ, ຜ່ານ​ນັ້ນ ສ້າງ​ຄວາມ​​ໄວ້​ເນື້ອ​ເຊື່ອ​ໃຈ​ລະຫວ່າງ ອາ​ຊຽນ ​ແລະ ຈີນ​ໃນ​ສະພາບ​ການ​ພິພາດ​ອະທິປະ​ໄຕ ​ແລະ ສິດ​ອະທິປະ​ໄຕ​ຢູ່​ທ​ະ​ເລ​ຕາ​ເວັນ​ອອກ​ບໍ່​ທັນ​ໄດ້​ຮັບ​ການ​ແກ້​ໄຂ​​ຢ່າງເຖິງ​ຖອງ. ​ເມື່ອ​ແລກປ່ຽນ​ກັບ​ນັກ​ຂ່າວ​ຢູ່​ນອກ​ກອງ​ປະຊຸມ​ສຳ​ມະ​ນາ, ​ທ່ານ​ຮອງ​ລັດຖະມົນຕີ​ການ​ຕ່າງປະ​ເທດ​ຫວຽດນາມ ຟ້າ​ມກວາງ​ວີ​ງ ​ໄດ້​ເນັ້ນ​ຫນັກ​ວ່າ:

“ພາ​ກສ່ວນ​ທີ່​ສຳຄັນ​ຂອງ DOC ນັ້ນ​ແມ່ນ​ບັນດາ​ມາດ​ຕະການ​ສ້າງ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ. ​ແລະ​ນີ້​ແມ່ນ​ຫນຶ່ງ​ໃນ​ບັນດາ​ມາດ​ຕະການ​ຊື່​ງສອງ​ຝ່າຍ​ໄດ້​ທາ​ບທາມ​ຄຳ​ເຫັນ​ເຊິ່ງກັນ ​ແລະ​ກັນ​ເພື່ອ​ຊຸກຍູ້​ການ​ສ້າງ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ. ຜ່ານ​ບັນດາ​ການ​ເຄື່ອນ​ໄຫວ​ຄື​ແນວ​ນີ້, ບັນດາ​ຝ່າຍ​ຈຶ່ງສາມາດ​ເຂົ້າ​ໃຈ​ເຊິ່ງກັນ ​ແລະ ກັນ​ກວ່າ​ ຫລັງ​ຈາກ​ນັ້ນ​ຈະ​ມີ​ບັນດາ​ມາດ​ຕະການ​​ຍື່ນ​ສະ​ເຫ​ນີຕໍ່​ຂັ້ນ​ລັດຖະບານ​ສອງ​ຝ່າຍ​ເພື່ອ​ຮ່ວມ​ມືນຳກັນ. ​ແຕ່​ຢາກ​ຮ່ວມ​ມື​ເພື່ອ​ສ້າງ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ຕ້ອງ​ຮັບປະກັນຈຸດໝາຍ​ສັນຕິພາບ, ສະຖຽນ​ລະ​ພາບ, ຄວາມ​ໝັ້ນຄົງ​ຄວາມ​ປອດ​ໄພ​ການ​ເດີນ​ທະ​ເລ ​​ແລະ ຄວາມ​ເສລີ​​​ໃນ​ການແລກປ່ຽນ​ການຄ້າ​ຢູ່​ພາກ​ພື້ນ​ນີ້. ”

ໄຂກອງປະຊຸມອາຊຽນ-ຈີນກ່ຽວກັບການຊອກຫາກູ້ໄພກູ້ຊີບບົນທະເລຕາເວັນອອກ - ảnh 1
ພາບປະກອບ:internet

ທ່ານ​ຮອງ​ລັດຖະມົນຕີ​ການ​ຕ່າງປະ​ເທດ​ຫວຽດນາມ ຟ້າ​ມກວາງ​ວີ​ງ ຢືນຢັນ​ວ່າ: ​ໂດຍແມ່ນ​ປະ​ເທດ​ແຄມ​ທະ​ເລ ດ້ວຍ​ຄວາມ​ປາດ​ຖະຫນາ ​ແລະ ມີ​ເຈດ​ຕະນາ​ດີ​ຢາກ​ຊຸກຍູ້​ການ​ສ້າງ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ ​ແລະ ການ​ຮ່ວມ​ມື​​ໃນພາກ​ພື້ນ​ເພື່ອ​ສັນຕິພາບ,​ ສະຖຽນ​ລະ​ພາບ​ລວມຢູ່​ທະ​ເລ​ຕາ​ເວັນ​ອອກ, ຫວຽດນາມ ​ມີ​ຄວາມ​ເອົາ​ໃຈ​ໃສ່​ທີ່​ສຸດ​ເຖິງ​ການ​ຊຸ​ກຍູ້​ການ​ຮ່ວມ​ມື​​ໃນພາກ​ພື້ນ​ກ່ຽວ​ກັບ​ການ​ຊອກ​ຫາ ​ແລະ ກູ້​ໄພ​ກູ້​ຊີບ​ຄົນ ​ແລະ ​ເຮືອກຳ​ປັ່ນ​ຖືກ​ປະສົບ​ໄພ​ຢູ່​ທະ​ເລ​ຕາ​ເວັນ​ອອກ.

 

ຂ່າວ/ບົດ​ອື່ນ