ໄຂກອງປະຊຸມເຈລະຈາສັນຍາ RCEP ຄັ້ງທີ 28

(VOVWORLD) - ຕອນເຊົ້າວັນທີ 23 ກັນຍາ, ຢູ່ນະຄອນດ່າໜັງຂອງຫວຽດນາມ ໄດ້ຈັດພິທີໄຂກອງປະຊຸມເຈລະຈາ ສັນຍາຄູ່ຮ່ວມມືເສດຖະກິດຮອບດ້ານພາກພື້ນ (RCEP) ຄັ້ງທີ 28. ນີ້ແມ່ນສັນຍາການຄ້າເສລີຄຸນນະພາບສູງ ມຸ່ງໄປເຖິງເປົ້າໝາຍສ້າງຕັ້ງສາຍພົວພັນຄູ່ຮ່ວມມືຮອບດ້ານລະຫວ່າງ ອາຊຽນ ກັບ 6 ປະເທດ ຄູ່ຮ່ວມມື ເຊິ່ງລວມມີ: ຈີນ, ຍີ່ປຸ່ນ, ສ.ເກົາຫຼີ, ອົດສະຕາລີ, ນິວຊີແລນ, ອິນເດຍ ຫຼື ຍັງເອີ້ນວ່າ ອາຊຽນ + 6.
ໄຂກອງປະຊຸມເຈລະຈາສັນຍາ RCEP ຄັ້ງທີ 28  - ảnh 1ບັນດາຜູ້ແທນເຂົ້າຮ່ວມກອງປະຊຸມ (ພາບ: tuoitre.vn)

        ກ່າວຄໍາເຫັນທີ່ວາລະໄຂກອງປະຊຸມ, ທ່ານ ເຈິ່ນຕ໊ວນແອັງ, ລັດຖະມົນຕີກະຊວງອຸດສາຫະກໍາ ແລະ ການຄ້າ ຫວຽດນາມ ຕີລາຄາສູງຄວາມມານະພະຍາຍາມຂອງບັນດາຫົວໜ້າຄະນະ ແລະ ນັກເຈລະຈາທັງໝົດຂອງ 16 ປະເທດ ທີ່ເຂົ້າຮ່ວມກອງປະຊຸມເຈລະຈາສັນຍາສະບັບດັ່ງກ່າວ. ທ່ານລັດຖະມົນຕີ ເຈິ່ນຕ໊ວນແອັງ ຢັ້ງຢືນວ່າ ໂດຍເປັນປະເທດເຈົ້າພາບຈັດກອງປະຊຸມເຈລະຈາຄັ້ງນີ້ ແລະ ແມ່ນປະເທດປະທານອາຊຽນປີ 2020, ຫວຽດນາມ ຈະມານະພະຍາຍາມຈົນສຸດຄວາມສາມາດຂອງຕົນ ແລະ ສົມທົບກັບບັນດາປະເທດທັງໝົດ ສູ້ຊົນໃຫ້ບັນລຸເປົ້າໝາຍ ລົງນາມໃນສັນຍາ RCEP ໃນປີ 2020. ທ່ານກ່າວວ່າ:

        “ໃນປີ 2019 ພວກເຮົາ ໄດ້ເຫັນປະຈັກຕາບັນດາຄວາມມານະພະຍາຍາມທີ່ໃຫຍ່ຫຼວງຂອງບັນດາຄະນະເຈລະຈາລັດຖະບານ ກໍຄື ຄະນະເຈລະຈາຂອງບັນດາປະເທດໃນສັນຍາ RCEP ນີ້. ມາຮອດປັດຈຸບັນ, ພວກເຮົາບັນລຸໄດ້ຂໍ້ຕົກລົງສະບັບຕ່າງໆທີ່ສໍາຄັນ ດ້ວຍ 7 ພາກ ແລະ 3 ພາກຜະໝວກ. ຫວັງວ່າ ໃນໄລຍະຈະມາເຖິງ ຈະບັນລຸໄດ້ບັນດາໝາກຜົນຕັ້ງໜ້າທີ່ກ່ຽວຂ້ອງເຖິງການຄ້າຂາຍສິນຄ້າ, ການຄ້າບໍລິການ ແລະ ການລົງທຶນ ຈະສືບຕໍ່ສ້າງຄວາມເຫັນດີເຫັນພ້ອມກັບທຸກປະເທດທີ່ເຂົ້າຮ່ວມ. ກອງປະຊຸມຄັ້ງທີ 28 ນີ້ ແມ່ນໂອກາດສຸດທ້າຍເພື່ອໃຫ້ພວກເຮົາສິ້ນສຸດ ກ່ອນທີ່ການນໍາບັນດາປະເທດຂອງພວກເຮົາຈະມີການພົບປະໃນຕົ້ນປີ 2020”.

        ກອງປະຊຸມເຈລະຈາດັ່ງກ່າວ ຖືກດໍາເນີນໃນລະຫວ່າງວັນທີ 19 – 27 ກັນຍາ 2019 ຢູ່ນະຄອນດ່າໜັງ. ນີ້ແມ່ນກອງປະຊຸມເຈລະຈາສຸດທ້າຍໃນປີນີ້ ເພື່ອແກ້ໄຂບັນດາບັນຫາທີ່ຍັງຄົງຄ້າງ, ມຸ່ງໄປເຖິງເປົ້າໝາຍສິ້ນສຸດການເຈລະຈາສັນຍາຕາມການຊີ້ນໍາຂອງການນໍາ 16 ປະເທດ RCEP. ສັນຍາສະບັບດັ່ງກ່າວ ຄາດວ່າ ຈະສ້າງເຂດການຄ້າເສລີໃຫຍ່ທີ່ສຸດໃນໂລກ ກັບ 16 ປະເທດເຂົ້າຮ່ວມ.


ຕອບກັບ

ຂ່າວ/ບົດ​ອື່ນ