ໄຂກອງປະຊຸມເຈົ້າ ໜ້າທີ່ອະວຸໂສ APEC


ໄຂກອງປະຊຸມເຈົ້າ ໜ້າທີ່ອະວຸໂສ APEC  - ảnh 1
(ພາບ:
TTXVN)

(vovworld)​ ​- ວັນ​ທີ 5/11, ກອງ​ປະຊຸມ​ບັນດາ​ເຈົ້າ​ໜ້າ​ທີ​່ຂັ້ນ​ສູງ (SOM) ​ເວທີ​ປາ​ໄສ​ການ​ຮ່ວມ​ມື​ເສດຖະກິດ​ອາຊີ-​ປາຊີ​ຟິກ (APEC) ​ຖືກ​ໄຂຂຶ້ນ​ຢູ່​ນະຄອນຫຼວງ​ປັກ​ກິ​ງ ປະ​ເທດ​ຈີນ​ຢ່າງ​ເປັນ​ທາງ​ການ, ​ເປີດ​ສາກ​ໃຫ້​ບັນດາ​ເຫດການ​ໃນ​ສັບປະດາ​ກອງ​ປະຊຸມ​ສຸດ​ຍອດ APEC ​ເຊິ່ງດຳ​ເນີນ​ແຕ່​ວັນ​ທີ 5-11/11. ກອງ​ປະຊຸມ SOM , ​ດຳ​ເນີນມາ​​ເວລາ 2 ວັນ, ​ໂດຍ​ທ່ານ​ລັດຖະມົນຕີ​ຊ່ວຍ​ວ່າການ​ກະຊວງການ​ຕ່າງປະ​ເທດ​ຈີນ ຫຼີປາວ​ຕຸ​ງ, ປະທານ​ກອງ​ປະຊຸມ​ເຈົ້າ​ໜ້າ​ທີ່ອະ​ວຸ​ໂສ APEC ປີ 2014 ​ເປັນ​ປະທານ. ຈຸດປະສົງ​ຂອງ​ກອງ​ປະຊຸມ​ແມ່ນ​ແນ​ໃສ່​ກະ​ກຽມ​ໃຫ້​ບັນດາ​ເຫດການຂອງ APEC ຊຶ່ງ​ຈະ​ໄດ້​ດຳ​ເນີນ​ໄປ​ໄນ​ໄລຍະ​ຈະ​ມາ​ເຖິງ. ​ໃນ​ນັ້ນ​ມີ​ກອງ​ປະຊຸມ​ລັດຖະມົນຕີ APEC, ກອງ​ປະຊຸມ​ສຸດ​ຍອດ​ບັນດາ​ຜູ້ອຳນວຍການ​ໃຫຍ່ (APEC CEO), ການ​ເຈລະຈາ​ກອງ​ປະຊຸມ​ທີ່​ປຶກສາ​ດຳ​ເນີນ​ທຸລະ​ກິດ APEC ກັບ​ບັນດາ​ການ​ນຳ ​ແລະ ກອງ​ປະຊຸມ​ບັນດາ​ການ​ນຳ​​ເສດຖະກິດ APEC ຄັ້ງ​ທີ 22 (AELM), ​ເຊິ່ງຈະ​ດຳ​ເນີນ​ແຕ່​ວັນ​ທີ 10-11/11 ຈະ​ມາ​ເຖິງ. ຕາມ​ແຜນການ​ແລ້ວ, ປະທານ​ປະ​ເທດຈີນສີ​ຈິ້ນ​ຜິ​ງ ຈະ​ເປັນ​ປະທານ​ກອງ​ປະຊຸມ AELM , ​ໂດຍ​ມີ​ການ​ເຂົ້າ​ຮ່ວມ​ຂອງ​ການ​ນຳ​ບັນດາ​ພື້ນຖານ​ເສດຖະກິດ​ສະມາຊິກ APEC , ​ໃນ​ນັ້ນ​ມີ​ທ່ານ​ປະທານາທິບໍດີ​ອາ​ເມ​ລິ​ການ Barack Obama. ນອກຈາກ​ນັ້ນ, ປະ​ເທດ​ເຈົ້າພາບ​ຈີນ​ກໍ່​ຈັດ​ຕັ້ງ​ການ​ເຈລະຈາ ກ່ຽວ​ກັບ​ການເພີ່ມ​ທະວີ​​ເຊື່ອມ​ຕໍ່​ເຂົ້າ​ໃນ​ວັນ​ທີ 8/11.

 

ຂ່າວ/ບົດ​ອື່ນ