ໄຂກອງປະຊຸມເຈົ້າຫນ້າທີ່ຂັ້ນສູງ ອາຊຽນ ຄັ້ງທີ 30 ຢູ່ ກຳປູເຈຍ

ໄຂກອງປະຊຸມເຈົ້າຫນ້າທີ່ຂັ້ນສູງ ອາຊຽນ ຄັ້ງທີ 30 ຢູ່ ກຳປູເຈຍ - ảnh 1
ພາບປະກອບ: internet


vovword) - ກອງ​ປະຊຸມ​ບັນດາ​ເຈົ້າ​ຫນ້າ​ທີ່​ຂັ້ນ​ສູງ ອາ​ຊຽນ ຄັ້ງ​ທີ 30 (SOME) ​ຖືກ​ໄຂ​ຂຶ້ນ​ໃນ​ວັນ​ທີ 2/7 ຢູ່​ນະຄອນຫລວງ ພະນົມ​ເປັນ​ປະ​ເທດ ກຳປູ​ເຈຍ ​ເພື່ອ​ປຶກສາ​ຫາລື​ກ່ຽວ​ກັບ​ຄວາມ​ໝັ້ນຄົງດ້ານ​ພະ​ລັງ​ງານ ​ແລະ ການ​ຮ່ວມ​ສຳພັນ​ພັດທະນາ​ພະລັງງານ​ຂຽວ ຢູ່ ອາ​ຊຽນ. ກ່າ​ວຄຳ​ປາ​ໄສ​ໄຂ​ພິທີ, ທ່ານ Chea Sieng Hong ລັດຖະມົນຕີ​ກະຊວງ​ອຸດສາຫະກຳ, ຊຸດ​ຄົ້ນ​ບໍ່​ແຮ່ ​ແລະ ພະລັງງານ ປະ​ເທດ​ກຳ​ປູ​ເຈຍ ​ໃຫ້​ຮູ້​ວ່າ: ກອງ​ປະຊຸມ​ຄັ້ງ​ນີ້​ຈະ​ສຸມ​ໃສ່​ປຶກສາ​ຫາລື​ບັນດາ​ຄວາມ​ມານະ​ພະຍາຍາມ​ເພື່ອ​ມຸ່ງ​ໄປ​ເຖິງ​ການ​ຮ່ວມ​ສຳພັນ​ພັດທະນາ​ຂຽວ​ຢູ່ ອາ​ຊຽນ ​ໃນ​ສະພາບ​ການ​ພາກ​ພື້ນ​ນີ້​ຈະ​ກາຍ​ເປັນ​ປະຊາ​ຄົມ​ໃນ​ປີ 2015.​ ກອງ​ປະຊຸມ​ຈະ​ແມ່ນ​ການ​ສືບ​ທອດ​ແຜນການ​ເຄື່ອນ​ໄຫວ​ເພື່ອ​ການ​ຮ່ວມ​ມື​ພະລັງງານ​ຂອງ ອາ​ຊຽນ ​ໄລຍະ 2010 - 2015, ​ເຄີຍ​ສຸມ​ໃສ່​​ເຂົ້າ​ໃນ​ບັນດາ​ບັນຫາ​ຄື: ຕາຫນ່າງ​ໄຟຟ້າ ອາ​ຊຽນ, ທໍ່​ສົ່ງ​ອາຍ​ແກ​ສ​ເຊື່ອມ​ຕໍ່ ອາ​ຊຽນ, ບັນດາ​ອຸດສາຫະກຳ​ຖ່ານ​ຫີນ​ສະອາດ, ພະລັງງານ​ໃຫມ່ ​ແລະ ສ້າງ​ໃຫມ່. ໝາກຜົນ​ຂອງ​ກອງ​ປະຊຸມ​ຄັ້ງ​ນີ້ ຈະ​ຖືກ​ຍື່ນ​ສະ​ເຫ​ນີຕໍ່​ກອງ​ປະຊຸມ​ລັດຖະມົນຕີ ອາ​ຊຽນ ກ່ຽວ​ກັບ​ພະລັງງານ ຊຶ່ງ​ຈະ​ຖືກ​ຈັດ​ຕັ້ງ​ຂຶ້ນ​ໃນ​ເດືອນ 9/2012 ຈະ​ມາ​ເຖິງ ຢູ່ ນະຄອນຫລວງ ພະນົມ​​ເປັນ.

 

 

ຂ່າວ/ບົດ​ອື່ນ