ໄຂກອງປະຊຸມເຈົ້າໜ້າທີ່ຂັ້ນສູງ APEC ຢູ່ຟີລິບປີນ

ໄຂກອງປະຊຸມເຈົ້າໜ້າທີ່ຂັ້ນສູງ APEC ຢູ່ຟີລິບປີນ - ảnh 1
ທ່ານນາງ​ລັດຖະມົນຕີ​ຊ່ວຍ​ວ່າການ​
ກະຊວງ​ການ​ຕ່າງປະ​ເທດຟີ​ລິບ​ປີນ Laura del Rosario
(ພາບ: apec.org)


(vovworld) – ວັນ​ທີ 06/02, ກອງ​ປະຊຸມ​ບັນດາ​ເຈົ້າ​ໜ້າ​ທີ່​ຂັ້ນ​ສູງ (SOM) ​ເວທີ​ປາ​ໄສ​ການຮ່ວມ​ມື​ດ້ານ​ເສດຖະກິດອາຊີ - ປາຊີ​ຟິກ (APEC) ຖືກ​ໄຂ​ຂຶ້ນ​ຢູ່​ແຂວງ Pampanga, ພາກ​ເໜືອ​ຂອງ​ຟີ​ລິບ​ປີນ. ກອງ​ປະຊຸມ​ດຳ​ເນີນ​ໃນ​ເວລາ 2 ວັນ, ດ້ວຍ​ເນື້ອ​ໃນ​ປຶກສາ​ຫາລື​ການ​ກຳ​ນົດທິດ​ບັນດາ​ນະ​ໂຍບາຍ​ຂອງ APEC ​ໃນ​ປີ 2015. ທ່ານນາງ​ລັດຖະມົນຕີ​ຊ່ວຍ​ວ່າການ​ກະຊວງ​ການ​ຕ່າງປະ​ເທດຟີ​ລິບ​ປີນ Laura del Rosario ​ເປັນ​ປະທານ​ກອງ​ປະຊຸມໃຫ້​ຮູ້​ວ່າ, ການກຳນົດ​ທິດ​ນະ​ໂຍບາຍ​ຕ້ອງ​ເສີມ​ຂະຫຍາຍ​ບັນດາ​ໝາກຜົນ​ຂອງກອງ​ປະຊຸມ APEC 2014 ຖືກ​ຈັດ​ຂຶ້ນຢູ່​ຈີນ, ພ້ອມ​ທັງ​ອີ​ງ​ໃສ່​ຫົວ​ຂໍ້​ຂອງ APEC 2015 ​ແມ່ນ “ກໍ່ສ້າງບັນດາ​ພື້ນຖານ​ເສດຖະກິດ​ຢ່າງຮອບດ້ານ, ສ້າງ​ໂລກ​ໃຫ້​ນັບ​ມື້​ນັບ​ດີງາມກ​ວ່າ”. ຕາມ​ທ່ານ​ນາງ Rosario ​ແລ້ວ, ​ແຕ່​ວັນ​ທີ 26/01, ບັນດາ​ຄະນະ​ກຳມະການ​ສະ​ເພາະ​ກິດ ​ແລະ ກຸ່​ມ​ເຮັດ​ວຽກ​ໄດ້​ຈັດ​ກອງ​ປະຊຸມ​ເພື່ອ​ປຶກສາ​ຫາລື​ກ່ຽວ​ກັບ​ບັນດາ​ຂໍ້​ລິ​ເລີ່​ມ, ນະ​ໂຍບາຍ ​ແລະ ​ໂຄງການ​ສ້າງ​ກຳລັງ​ຄວາມ​ສາມາດ ​ເພື່ອ​ແນ​ໃສ່​ຊຸກຍູ້​ບັນດາ​ຄາດໝາຍ​ລວມ​ຂອງ APEC ຄື: ຫັນ​ການ​ຄ້າ​ເປັນ​ເສລີ, ສ້າງ​ເງື່ອນ​ໄຂ​ສະດວກ​ເພື່ອ​ໃຫ້​ບັນດາ​ວິ​ສາ​ຫະກິດ ​ແລະ ການ​ຮ່ວມ​ມື​ດ້ານ​ເສດຖະກິດ.

ຂ່າວ/ບົດ​ອື່ນ