ໄຂກອງປະຊຸມເຈົ້າໜ້າທີ່ອາວຸໂສ ອາຊຽນ (SOM ASEAN)

(VOVWORLD) - ຄະນະຜູ້ແທນ ຫວຽດນາມໂດຍທ່ານ ຫງວຽນກວກຢູ້ງ, ຮອງລັດຖະມົນຕີການຕ່າງປະເທດ, ຫົວໜ້າ SOM ASEAN ຫວຽດນາມ, ນຳໜ້າເຂົ້າຮ່ວມກອງປະຊຸມ.

ຕອນເຊົ້າວັນທີ 31 ກໍລະກົດ, ຢູ່ສິງກະໂປ, ບັນດາເຈົ້າໜ້າທີ່ອາວຸໂສ ຂອງ ອາຊຽນ ໄດ້ໂຮມປະຊຸມເພື່ອກະກຽມໃຫ້ແກ່ກອງປະຊຸມລັດຖະມົນຕີການຕ່າງປະເທດ ອາຊຽນ ປະຈຳປີຄັ້ງທີ 51 (AMM 51) ແລະ ບັນດາກອງປະຊຸມທີ່ກ່ຽວຂ້ອງ, ເຊິ່ງຈະໄຂຂຶ້ນໃນວັນທີ 2 ສິງຫາ ຈະມາເຖິງ. ນີ້ແມ່ນການເຄື່ອນໄຫວເປີດສາກໃຫ້ແກ່ບັນດາກອງປະຊຸມເຈົ້າໜ້າທີ່ອາວຸໂສໃນຂອບເຂດ ອາຊຽນ, ອາຊຽນ +3, ສຸດຍອດອາຊີຕາເວັນອອກ (EAS) ແລະ ເວທີປາໄສພາກພື້ນ ອາຊຽນ (ARF), ແມ່ນກອງປະຊຸມກຽມເພື່ອແນໃສ່ກະກຽມໃຫ້ໂຄງການເຄື່ອນໄຫວ, ເນື້ອໃນໂຄງການດຳເນີນງານ, ພ້ອມທັງກວດກາຄືນບັນດາເອກະສານທີ່ຈະໄດ້ຮັບຮອງເອົາທີ່ກອງປະຊຸມຄັ້ງນີ້. ຄະນະຜູ້ແທນ ຫວຽດນາມໂດຍທ່ານ ຫງວຽນກວກຢູ້ງ, ຮອງລັດຖະມົນຕີການຕ່າງປະເທດ, ຫົວໜ້າ SOM ASEAN ຫວຽດນາມ, ນຳໜ້າເຂົ້າຮ່ວມກອງປະຊຸມ.

        ກອງປະຊຸມລັດຖະມົນຕີ ອາຊຽນ (AMM) ແມ່ນເຫດການປະຈຳປີທີ່ສຳຄັນໃນບັນດາການເຄື່ອນໄຫວຂອງ ອາຊຽນໃນປີ. AMM 51 ຈະສະຫລຸບສັງລວມຄືນບັນດາບັນຫາສຳຄັນທີ່ສຸດຂອງ ອາຊຽນ ໃນປີ 2018 ເພື່ອຍື່ນສະເໜີຕໍ່ກອງປະຊຸມສຸດຍອດ, ຄາດວ່າຈະຕັ້ງໃນເດືອນພະຈິດຈະມາເຖິງ.

ຕອບກັບ

ຂ່າວ/ບົດ​ອື່ນ