ໄຂກອງປະຊຸມເຈົ້າໜ້າທີ່ອາວຸໂສAPEC 2017 (SOM1)

ໄຂກອງປະຊຸມເຈົ້າໜ້າທີ່ອາວຸໂສAPEC 2017 (SOM1) - ảnh 1
ບັນ​ດາ​ຜູ້​ແທນ​ເຂົ້າ​ຮ່ວມກອງ​ປະ​ຊຸມ

(vovworld) - ຕອນ​ເຊົ້າ​ວັນ​ທີ 2/3, ຢູ່​ນະ​ຄອນ ຍາ​ຈາງ, ແຂວງ​ແຄ໋ງ​ຮ່​ວາ ໄດ້​ຈັດ​ຕັ້ງ​ວາ​ລະ​ໄຂ​ກອງ​ປະ​ຊຸມ​ເຈົ້າ​ໜ້າ​ທີ່​ອາ​ວຸ​ໂສ - ເວ​ທີ​ປາ​ໄສ​ເສດ​ຖະ​ກິດ ອາ​ຊີ - ປາ​ຊີ​ຟິກ 2017 ຄັ້ງ​ທີ 1 (ເອີ້ນ​ຫຍໍ້​ວ່າ SOM 1). ນີ້​ເປັນ​ເຫດ​ການ​ສຳ​ຄັນ​ເປີດ​ສາກ​ໃຫ້​​ເຫດ​ການ​ຂະ​ໜາດ​ໃຫຍ່, ນ້ອຍ​ນັບ​ຮ້ອຍເຫດ​ການຂອງ​ປ​ີ APEC 2017 ເຊິ່ງ ຫວຽດ​ນາມ ເປັນ​ປະ​ເທດ​ເຈົ້າ​ພາບ​ຈັດ​ຕັ້ງ. ນີ້ກໍ່​ເປັນ​ເຫດ​ການ​ສຸດ​ທ້າຍ​ໃນ​​ບັນ​ດາກອງ​ປະ​ຊຸມ, ບັນ​ດາ​ການ​ໂອ້​ລົ​ມ​ສົນ​ທະ​ນາ​ກ່​ວາ 60 ຄັ້ງ​ຂອງ​ບັນ​ດາ​ອະ​ນຸ​ກຳ​ມະ​ການ APEC ແລະ ກຸ່ມ​ເຕັກ​ນິກ​ເຊິ່ງ​ໄດ້​ຈັດ​ຕັ້ງ​ໃນ​ເວ​ລາ​ກ່​ວາ 10 ວັນ​ຜ່ານ​ມາ​ຢູ່​ຍາ​ຈາງ. ກອງ​ປະ​ຊຸມ​ມີ​ການ​ເຕົ້າ​ໂຮມ​ຂອງ​ທຸກໆ​ເຈົ້າ​ໜ້າ​ທີ່​ອາ​ວຸ​ໂສ​ຂອງ 21 ພື້ນ​ຖານ​ເສດ​ຖະ​ກິດ​ສະ​ມາ​ຊິກ​ຂອງ APEC ແລະ ນັກ​ຮຽນ​ຮູ້, ​ນັກ​ທຸ​ລະ​ກິດ​ຢູ່​ພາຍ​ໃນ ແລະ ນອກ APEC ນັບ​ຮ້ອຍ​ຄົນ​ເຂົ້າ​ຮ່ວມ.

        ໃນ 2 ວັນ​ດຳ​ເນີນກອງ​ປະ​ຊຸມ SOM 1, ບັນ​ດາ​ຜູ້​ແທນ​ໄດ້​ສຸມ​ໃສ່​ປຶກ​ສາ​ຫາ​ລື​ກ່ຽວ​ກັບ​ການ​ຜັນ​ຂະ​ຫຍາຍ​ບັນ​ດາ​ແຜນ​ການ​ເຄື່ອນ​ໄຫວ​ລວມ​ເພື່ອ​ແນ​ໃສ່​ເປ​ີດ​ກ້​ວາງ​ກາ​ລະ​ໂອ​ກາດ​ແຫ່ງ​ການ​ດຳ​ເນີນ​ທຸ​ລະ​ກິດ ແລະ ການ​ລົງ​ທຶນ, ຍົກ​ສູງ​ກຳ​ລັງ​ຄວາມ​ສາ​ມາດ​ເພື່ອ​ໃຫ້​ປະ​ຊາ​ຊົນ ແລະ ວິ​ສາ​ຫະ​ກິດ ຫວຽດ​ນາມ ເວົ້າ​ສະ​ເພາະ ແລະ ພາກ​ພື້ນ ອາ​ຊີ - ປາ​ຊີ​ຟິ​ກ ເວົ້າ​ລວມ, ເພື່ອ​ແນ​ໃສ່​ໝູນ​ໃຊ້​ບັນ​ດາ​ກາ​ລະ​ໂອ​ກາດ​ຂອງ​ໂລກ​​ໂລ​ກາ​ພິ​ວັດ ແລະ ພວມ​ປ່​ຽນ​ແປງ​ຢ່າງວ່ອງ​ໄວ.


ຂ່າວ/ບົດ​ອື່ນ