ໄຂກອງປະຊຸມເຈົ້າໜ້າທີ່ອາວຸໂສອາຊຽນຢູ່ລາວ

ໄຂກອງປະຊຸມເຈົ້າໜ້າທີ່ອາວຸໂສອາຊຽນຢູ່ລາວ - ảnh 1
ກອງ​ປະຊຸມ​ເຈົ້າ​ໜ້າ​ທີ່​ອາວຸ​ໂສ ອາ​ຊຽນ SOM ASEAN
ກະກຽມ​ໃຫ້​ກອງ​ປະຊຸມ​ລັດຖະມົນຕີ​ການ​ຕ່າງປະ​ເທ ອາ​ຊຽນ ຄັ້ງ​ທີ 19

(vovworld) - ຕອນ​ເຊົ້າ​ວັນ​ທີ 22/07 ຢູ່​ນະຄອນຫລວງ ວຽງ​ຈັນ, ປະ​ເທດ ລາວ ​ໄດ້ດຳ​ເນີນ​ກອງ​ປະຊຸມ​ເຈົ້າ​ໜ້າ​ທີ່​ອາວຸ​ໂສ ອາ​ຊຽນ (SOM ASEAN), ກະກຽມ​ໃຫ້​ກອງ​ປະຊຸມ​ລັດຖະມົນຕີ​ການ​ຕ່າງປະ​ເທ ອາ​ຊຽນ ຄັ້ງ​ທີ 19 (AMM 49) ​ແລະ ບັນດາ​ກອງ​ປະຊຸມ​ທີ່​ກ່ຽວຂ້ອງ​ຖືກ​ໄຂ​ຂຶ້ນ​ໃນ​ວັນ​ທີ 24/07 ຈະ​ມາ​ເຖິງ. ຄະນະ​ຜູ້​ແທນ ຫວຽດນາມ ​ໂດຍ​ທ່ານ ​ເລ​ຮ່ວາຍ​ຈູງ ຮອງ​ລັດ​ຖະມົນຕີ​ກະຊວງ​ການ​ຕ່າງປະ​ເທດ ຫວຽດນາມ, ຫົວໜ້າ SOM ASEAN - ຫວຽດນາມ ​ເປັນ​ຫົວໜ້າ​ຄະນະ​ເຂົ້າ​ຮ່ວມ​ບັນດາ​ກອງ​ປະຊຸມ.

        ນີ້​ແມ່ນ​ບັນດາ​ກອງ​ປະຊຸມ​ສຳຄັນ​ໃນ​ປີ​ຂອງ ອາ​ຊຽນ ​ແລະ​ບັນດາ​ຄູ່​ຮ່ວມ​ມື​ທີ່​ກ່ຽວຂ້ອງ ​ເພື່ອ​ແນ​ໃສ່​ຜັນ​ຂະຫຍາຍ​ບັນດາ​ຂໍ້​ຕົກລົງທີ່​ໄດ້​ຮັບ​ການ​ຮັບ​ຮອງ​ເອົາ​ຢູ່​ບັນດາ​ກອງ​ປະຊຸມ​ຂັ້ນ​ສູງ​ເມື່ອ​ເດືອນ 11/2015, ສຳ​ຫລວດ​ກວດຄືນບັນດາ​ແຜນການ​ດຳ​ເນີນ​ງານ ​ແລະ ກະກຽມ​ໂຄງການ​ເຄື່ອນ​ໄຫວ, ​ເນື້ອ​ໃນໂຄງການ​ດຳ​ເນີນ​ງານ, ພ້ອມທັງ​ກວດ​ກາ​ຄືນ​ບັນດາ​ເອກະສານ​ທີ່ຈະ​​ໄດ້​ຮັບ​ການ​ຮັບຮອງ​ເອົາ​ຢູ່​ກອງ​ປະຊຸມ​ຂັ້ນ​ລັດຖະມົນຕີ​ການ​ຕ່າງປະ​ເທດ ອາ​ຊຽນ ຄັ້ງ​ທີ 49 ​ແລະ ບັນດາ​ກອງ​ປະຊຸມ​ທີ່​ກ່ຽວຂ້ອງ​ ຊຶ່ງດຳ​ເນີນ​ໃນ​ວັນ​ທີ 24/07.

ຂ່າວ/ບົດ​ອື່ນ