ໄຂກອງປະຊຸມເທື່ອທີ 27 ຄະນະປະຈຳສະພາແຫ່ງຊາດ

(VOVWORLD) - ກອງປະຊຸມເທື່ອທີ 27 ຂອງຄະນະປະຈຳສະພາແຫ່ງຊາດ ຫວຽດນາມ ໄດ້ໄຂຂຶ້ນໃນຕອນເຊົ້າວັນທີ 10 ກັນຍາ ແລະ ແກ່ຍາວເປັນເວລາ 10 ວັນ ຊຶ່ງຈະພິຈາລະນາ, ໃຫ້ຄຳເຫັນກ່ຽວກັບເນື້ອໃນຕ່າງໆ.

 ທີ່ກອງປະຊຸມເທື່ອນີ້, ຄະນະປະຈຳສະພາແຫ່ງຊາດໄດ້ປະກອບຄຳເຫັນໃສ່ບົດລາຍງານກ່ຽວກັບສະພາບການປະຕິບັດລັດຖະທຳມະນູນ, ກົດໝາຍ, ມະຕິຂອງສະພາແຫ່ງຊາດກ່ຽວກັບວຽກງານແກ້ໄຂການຮ້ອງຟ້ອງ, ຮ້ອງທຸກປີ 2018; ບັນດາບົດລາຍງານຂອງລັດຖະບານ, ສານປະຊາຊົນສູງສຸດ, ອົງການໄອຍະການປະຊາຊົນສູງສຸດກ່ຽວກັບວຽກງານແກ້ໄຂການຮ້ອງຟ້ອງ, ຮ້ອງທຸກປີ 2018…ພິເສດ, ທີ່ກອງຊຸມຄັ້ງນີ້ ຄະນະປະຈຳສະພາແຫ່ງຊາດກໍ່ຈະປະກອບຄຳເຫັນໃສ່ແຜນການຈັດຕັ້ງປ່ອນບັດໄວ້ວາງໃຈສຳລັບບັນດາຕຳແໜ່ງໂດຍສະພາແຫ່ງຊາດເລືອກຕັ້ງ, ໃຫ້ສັດຕະຍາບັນທີ່ກອງປະຊຸມສະໄໝສາມັນເທື່ອທີ 6 ຕາມຂໍ້ກຳນົດໃນມະຕິເລກທີ 85 ຂອງສະພາແຫ່ງຊາດ ຫວຽດນາມ.

ຕອບກັບ

ຂ່າວ/ບົດ​ອື່ນ