ໄຂກອງປະຊຸມໃຫຍ່ ສະພາສັນຕິພາບໂລກ ຄັ້ງທີ 22 ຢູ່ຮ່າໂນ້ຍ

(VOVWORLD) - ກອງປະຊຸມໃຫຍ່ຈະປຶກສາຫາລືຫຼາຍເນື້ອໃນສຳຄັນ ກ່ຽວກັບສະພາບການສາກົນ, ສະແດງທັດສະນະກໍ່ຄື ການປະກອບສ່ວນ ຂອງຫວຽດນາມ ພ້ອມກັບປະເທດອື່ນໆ...
ໄຂກອງປະຊຸມໃຫຍ່ ສະພາສັນຕິພາບໂລກ ຄັ້ງທີ 22 ຢູ່ຮ່າໂນ້ຍ - ảnh 1ການປະຊຸມຂ່າວປະກາດກ່ຽວກັບການຈັດກອງປະຊຸມໃຫ່ຍ ສະພາສັນຕິພາບໂລກ
(ພາບ:Thu Loan/ tienphong.vn)

ນີ້ແມ່ນຄັ້ງທຳອິດທີ່ຫວຽດນາມ ເປັນເຈົ້າພາບຈັດກອງປະຊຸມໃຫ່ຍ ສະພາສັນຕິພາບໂລກ. ໂດຍໄຂຂຶ້ນນັບແຕ່ວັນທີ 21-26 ພະຈິກ ຢູ່ຮ່າໂນ້ຍ ແລະ ກວາງນິ່ງ, ກອງປະຊຸມໃຫ່ຍ ສະພາສັນຕິພາບໂລກ ຄັ້ງທີ 22 ມີການເຂົ້າຮ່ວມຂອງຜູ້ແທນກວ່າ 200 ຄົນ, ໃນນັ້ນ, ມີຜູ້ແທນສາກົນປະມານ 100 ຄົນ. ນີ້ກໍ່ແມ່ນໂອກາດຍົກສູງ ຖານະບົດບາດ ຂອງຫວຽດນາມ ເວົ້າລວມ, ສະຫະພັນບັນດາອົງການຈັດຕັ້ງມິດຕະພາບ ຫວຽດນາມ ແລະ ຄະນະກຳມະການສັນຕິພາບ ຫວຽດນາມ ເວົ້າສະເພາະ, ໃນຂະບວນການສັນຕິພາບໂລກ.

        ຄາດວ່າ, ກອງປະຊຸມໃຫຍ່ຈະປຶກສາຫາລືຫຼາຍເນື້ອໃນສຳຄັນ ກ່ຽວກັບສະພາບການສາກົນ, ສະແດງທັດສະນະກໍ່ຄື ການປະກອບສ່ວນ ຂອງຫວຽດນາມ ພ້ອມກັບປະເທດອື່ນໆ ເພື່ອຮັບປະກັນສັນຕິພາບຄວາມໝັ້ນຄົງ. ໃນພາກພື້ນ ແລະ ໂລກ.

ຕອບກັບ

ຂ່າວ/ບົດ​ອື່ນ