ໄຂກອງປະຊຸມໃຫຍ່ຄັ້ງທີ 22 ສະພາສັນຕິພາບໂລກ

(VOVWORLD) -ກອງປະຊຸມໃຫຍ່ໄດ້ປຶກສາຫາລືຫຼາຍເນື້ອໃນສຳຄັນກ່ຽວກັບສະພາບການສາກົນ, ສະແດງທັດສະນະ, ກໍຄືການປະກອບສ່ວນຂອງ ຫວຽດນາມ ພ້ອມກັບບັນດາປະເທດອື່ນຮັບປະກັນສັນຕິພາບຢູ່ພາກພື້ນ ແລະ ໃນໂລກ.

ກອງປະຊຸມໃຫຍ່ຄັ້ງທີ 22 ສະພາສັນຕິພາບໂລກໄດ້ໄຂຂຶ້ນໃນຕອນບ່າຍວັນທີ 22 ພະຈິກ, ຢູ່ ຮ່າໂນ້ຍ. ໂດຍມີການເຂົ້າຮ່ວມຂອງຜູ້ແທນ 200 ທ່ານ, ໃນນັ້ນມີຜູ້ແທນສາກົນປະມານ 100 ທ່ານ.

        ທີ່ວາລະໄຂ, ກອງປະຊຸມໃຫຍ່ໄດ້ປຶກສາຫາລືຫຼາຍເນື້ອໃນສຳຄັນກ່ຽວກັບສະພາບການສາກົນ, ສະແດງທັດສະນະ, ກໍຄືການປະກອບສ່ວນຂອງ ຫວຽດນາມ ພ້ອມກັບບັນດາປະເທດອື່ນຮັບປະກັນສັນຕິພາບຢູ່ພາກພື້ນ ແລະ ໃນໂລກ. ດ້ວຍສານທີ່ວ່າ “ຄວາມສາມັກຄີສາກົນ, ຮ່ວມແຮງຮ່ວມໃຈກະທຳເພື່ອສັນຕິພາບ, ການຮ່ວມມື ແລະ ພັດທະນາແບບຍືນຍົງ”, ປະເທດເຈົ້າພາບ ຫວຽດນາມ ຢາກສົ່ງສານເຖິງເພື່ອມິດສາກົນກ່ຽວກັບພາບພົດປະເທດຊາດ, ຊາວ ຫວຽດນາມ ທີ່ຮັກແພງແຂກຄົນ, ຮັກຫອມສັນຕິພາບ; ດ້ວຍແນວທາງການຕ່າງປະເທດເອກະລາດ, ເປັນເຈົ້າຕົນເອງ, ສັນຕິພາບ, ມິດຕະພາບ, ຮ່ວມມືພັດທະນາ, ຫັນເປັນຫຼາຍຮູບຫຼາຍແບບ ແລະ ຫຼາຍຝ່າຍ; ປາດຖະໜາຢາກເປັນເພື່ອນຂອງທຸກໆປະເທດ, ເປັນຄູ່ຮ່ວມມື, ບົນພື້ນຖານບໍ່ແຊກແຊງເຂົ້າວຽກງານພາຍໃນຂອງກັນ, ເຄົາລົບເອກະລາດ, ເປັນເຈົ້າຕົນເອງ; ເປັນສະມາຊິກຕັ້ງໜ້າໃນປະຊາຄົມສາກົນ.

ໄຂກອງປະຊຸມໃຫຍ່ຄັ້ງທີ 22 ສະພາສັນຕິພາບໂລກ - ảnh 1(ທ່ານເລຂາທິການໃຫຍ່ສະພາສັນຕິພາບໂລກ Athanasios Pafilis)

        ຢູ່ນອກກອງປະຊຸມໃຫຍ່, ທ່ານເລຂາທິການໃຫຍ່ສະພາສັນຕິພາບໂລກ Athanasios Pafilis, ໃຫ້ຮູ້ວ່າ, ຍາມໃດ ຫວຽດນາມ ກໍ່ກ້າວຂຶ້ນບົນເສັ້ນທາງສັນຕິພາບ, ສະຖຽນລະພາບ, ປະຕິບັດກົດໝາຍສາກົນຢ່າງເຂັ້ມງວດ. ຫວຽດນາມ ໄດ້ປະກອບສ່ວນຕັ້ງໜ້າຫຼາຍຢ່າງໃຫ້ແກ່ສະພາສັນຕິພາບໂລກ. ຍາມໃດສະພາສັນຕິພາບໂລກກໍ່ຕີລາຄາສູງການປະກອບສ່ວນຂອງ ຫວຽດນາມ.

ໄຂກອງປະຊຸມໃຫຍ່ຄັ້ງທີ 22 ສະພາສັນຕິພາບໂລກ - ảnh 2(ທ່ານນາງ Corazon Valdez Fabros)

        ກໍ່ມີທັດສະນະເຊັ່ນດຽວກັນ, ທ່ານນາງ Corazon Valdez Fabros, ຜູ້ຮັບຜິດຊອບຂົງເຂດສັນຕິພາບ ແລະ ຄວາມໝັ້ນຄົງ ສັງກັດເວທີປາໄສປະຊາຊົນ ອາຊີ - ເອີລົບ, ສະມາຊິກສະພາສັນຕິພາບໂລກ ຖືວ່າ, ແນວຄິດສັນຕິພາບຂອງ ຫວຽດນາມ ນອນໃນບັນດາຫຼັກການຂອງລັດທິສັງຄົມນິຍົມ, ຍ້ອນເຫດນັ້ນເລື່ອງ ຫວຽດນາມ ເປັນເຈົ້າພາບຈັດກອງປະຊຸມໃຫຍ່ຄັ້ງນີ້ກໍ່ແມ່ນການຄັດເລືອກທີ່ຖືກຕ້ອງຂອງສະພາສັນຕິພາບໂລກ.

ຕອບກັບ

ຂ່າວ/ບົດ​ອື່ນ