ໄຂກອງປະຊຸມໃຫຍ່ຄັ້ງທີ8ແນວໂຮມປະເທດຊາດ ຫວຽດນາມຢ່າງສົມກຽດ

ໄຂກອງປະຊຸມໃຫຍ່ຄັ້ງທີ8ແນວໂຮມປະເທດຊາດ ຫວຽດນາມຢ່າງສົມກຽດ - ảnh 1
ໄຂກອງປະຊຸມໃຫຍ່ຄັ້ງທີ8ແນວໂຮມປະເທດຊາດຫວຽດນາມຢ່າງສົມກຽດ
(ພາບ: TTXVN)

(vovworld) – ​​ພິ​ທີ​ໄຂ​ກອງ​ປະ​ຊຸມ​ໃຫຍ່​ແນວ​ໂຮມ​ປະ​ເທດ​ຊາດ ຫວຽດ​ນາມ ຄັ້ງ​ທີ 8 ໄດ້​ຈັດ​ຕັ້ງ​ຢ່າງ​ສົມ​ກຽດ​ໃນ​ຕອນ​ເຊົ້າ​ວັນ​ທີ 26/9, ຢູ່​ຮ່າ​ໂນ້ຍ. ທ່ານ​ເລ​ຂາ​ທ​ິ​ການ​ໃຫຍ່​ຄະ​ນະ​ບໍ​ລິ​ຫານ​ງານ​ສູນ​ກາງ​ພັກ​ກອ​ມ​ມູ​ນິດ ຫວຽດ​ນາມ ຫງວຽນ​ຟູ໋​ຈ້ອງ, ທ່ານ​ປະ​ທານ​ປະ​ເທດ ເຈືອງ​ເຕີນ​ຊາງ, ປະ​ທານ​ສະ​ພາ​ແຫ່ງ​ຊາດ ຫງວຽນ​ຊິງ​ຮູ່ງ, ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນ​ເຕີນ​ຢູ້ງ ພ້ອມ​ກັບ​ການ​ນຳ, ອະ​ດີດ​ການ​ນຳ​ພັກ, ລັດ, ລັດ​ຖະ​ບານ, ສະ​ພາ​ແຫ່ງ​ຊາດ ບັນ​ດາ​ໝູ່​ຄະ​ນະ, ຄະ​ນະ​ທູ​ຕາ​ນຸ​ທູດ ປະ​ຈ​ຳ ຮ່າ​ໂນ້ຍ ແລະ ຜູ້​ແທນ​ກ່​ວາ 1.000 ຄົນ​ເຊິ່ງ​ແມ່ນ​ບັນ​ດາ​ນັກ​ຮຽ​​ນຮູ້, ຜູ້​​ຊົງ​ຄຸນ​ວຸດ​ທິ, ທີ່ຕາງ​ໜ້າ​​ໃຫ້ປະ​ຊາ​ຊົນ​ທຸກ​ຊັ້ນ​ວັນ​ນະ, ບັນ​ດາ​ກຳ​ລັງ​ປະ​ກອບ​ອາ​ວຸດ, ບັນ​ດາ​ຄະ​ນະ​​ຈັດ​ຕັ້ງ​ມະ​ຫາ​ຊົນສາ​ສະ​ໜາ, ບັນ​ດາ​ແມ່ ຫວຽດ​ນາມ ວິ​ລ​ະ​ຊົນ, ຊາວ ຫວຽດ​ນາມ ອາ​ໄສ​ຢູ່​ຕ່າງ​ປະ​ເທດ​ເຂົ້າ​ຮ່ວມກອງ​ປະ​ຊຸມ​ໃຫຍ່.

        ກ່າວ​ຄຳ​ເຫັນ​ໄຂ​ກອງ​ປະ​ຊຸ​ມ​ໃຫຍ່, ທ່ານ​ປະ​ທານ​ຄະ​ນະ​ກຳ​ມະ​ການ​ແນວ​ໂຮມ​ປະ​ເທດ​ຊາດ ຫວຽດ​ນາມ ຫງວຽນ​ທ້ຽນ​ເຍີນ, ໃຫ້​ຮູ້​ວ່າ​: ກອງ​ປະ​ຊຸມ​ໃຫຍ່​ແນວ​ໂຮມ​ປະ​ເທດ​ຊາດ ຫວຽດ​ນາມ ຄັ້ງ​ນີ້​ແມ່ນບັ້ນ​ດຳ​ເນີນ​ຊີ​ວິດ​ການ​ເມືອງ​ເລິກ​ເຊິ່ງ, ກ້​ວາງ​ຂວາງ ປະ​ກອບ​ສ່ວນ​ຍົກ​ສູງ​​ຄວາມ​ຮັບ​ຮູ້ກ່ຽວ​ກັບ​ພາ​ລະ​ກິດ​​ມະ​ຫາສາ​ມັກ​ຄີ​ທົ່ວ​ປວງ​ຊົນ​ຂອງ​ແນວ​ໂຮມ​ປະ​ເທດ​ຊາດ ຫວຽດ​ນາມ, ປະ​ກອບ​ສ່ວນ​ສ້າງ​ສາ ແລະ ປົກ​ປັກ​ຮັກ​ສາ​ປະ​ເທດ​ຊາດ ຫວຽດ​ນາມ ໃນ​ໄລ​ຍະ​ໃໝ່. ທ່ານ​ປະ​ທານ​ແນວ​ໂຮມ​ປະ​ເທດ​ຊາດ ຫວຽດ​ນາມ ຫງວຽນ​ທ້ຽນ​ເຍີນ, ຢັ້ງ​ຢືນ​ວ່າ:

        “ໃນ​ສະ​ພາບ​ການ​ໃໝ່​ຂອງ​ໂລກ ແລະ ພ​າຍ​ໃນ​ປະ​ເທດ​​ໃນ​ປະ​ຈຸ​ບັນຮຽກ​ຮ້ອງ​ໃຫ້​ແນວ​ໂຮມ​ປະ​ເທດ​ຊາດ ຫວຽດ​ນາມ ຕ້ອງ​ປ່ຽນ​ໃໝ່​ຢ່າງ​ແຮງ, ກຳ​ນົດ​ຈຸດ​ໝາຍ ແລະ ໂຄງ​ການ​ເຄື່ອນ​ໄຫວ, ​ຢ່າງ​ຈະ​ແຈ້ງຕອບ​ສະ​ໜອງ​ຄວາມ​ຮ​ຽກ​ຮ້ອງ​ປັບ​ປຸງ, ເສີມ​ຂະ​ຫຍາຍ​ກຸ່​ມ​ກ້ອນ​ມະ​ຫາ​ສາ​ມັກ​ຄີ​ທົ່ວ​ປວງ​ຊົນ, ສ້າງ​ສາ ແລະ ປົກ​ປັກ​ຮັກ​ສາ​ປະ​ເທດ​ຊາດ​ໃນ​ໄລ​ຍະ​ໃໝ່, ປະ​ຕິ​ບັດ​ພາ​ລະ​ກຳ​ອັນ​ສູງ​ສົ່ງ​ຂອງ​ຕົນ​​ທີ່ໄດ້​​ຮັບ​ການກຳ​ນົດ​ໃນ​ໂຄງ​ການ​ສ້າງ​​ສາປະ​ເທດ​ໃນ​ໄລ​ຍະ​ຂ້າມ​​ຜ່ານ​ຂຶ້ນລັດ​ທິ​ສັງ​ຄົມ ສະ​ບັບເພີ່ມ​ເຕີມ ແລະ ພັດ​ທະ​ນາ​ປີ 2011 ​ກໍ່​ຄືການ​ກຳ​ນົດ​ຂອງ​ລັດ​ຖະ​ທຳ​ມະ​ນູນ​ປີ 2013, ຕອບ​ສະ​ໜອງ​ຄຳ​ຮຽກ​ຮ້ອງ​ຕ້ອງ​ການ​ຕົວ​ຈິງ​ຂອງ​ປະ​ຊາ​ຊົນ​ທຸກ​ຊັ້ນ​ວັນ​ນະ, ດັ່ງ​ນັ້ນ​ກອງ​ປະ​ຊຸມ​ໃຫຍ່​ຜູ້​ແທນ​ທົ່ວ​ປະ​ເທດ ແນວ​ໂຮມ​ປະ​ເທດ​ຊາດ ຫວຽດ​ນາມ ຄັ້ງ​ທີ 8 ແມ່ນກອງ​ປະ​ຊຸມ​ຂອງ​ການ​ເສີມ​ຂະ​ຫຍາຍ​ກຳ​ລັງ​​ແຮງມະ​ຫາ​ສາ​ມັກ​ຄີ​ທົ່ວ​ປວງ​ຊົນ​ທັງ​ຊາດ, ສ້າງ​ສາ ແລະ ປົກ​ປັກ​ຮັກ​ສາ​ປະ​ເທດ​ຊາດ​ໃນ​ໄລ​ຍະ​ໃໝ່​ເພື່ອ​ປະ​ຊາ​ຊົນ​ຮັ່ງ​ມີ, ປະ​ເທດ​ຊາດ​ເຂັ້ມ​ແຂງ.”



ຂ່າວ/ບົດ​ອື່ນ