ໄຂ​ກອງ​ປະ​ຊຸມ​ໃຫຍ່​ຜູ້​ແທນ ອົງ​ຄະ​ນະ​ພັກ ກຸ່ມບັນ​ດາ​ອົງ​ການສຳ​ນັກ​ງານ​ຂັ້ນ​ສູນ​ກາງ​ຄັ້ງ​ທີ 13

(VOVWORLD) - ຕອນເຊົ້າວັນທີ 28 ຕຸລາ, ກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກ ກຸ່ມບັນດາອົງການສຳນັກງານຂັ້ນສູນກາງຄັ້ງທີ 13 ອາຍຸການ 2020 – 2025 ໄດ້ໄຂຂຶ້ນຢູ່ຮ່າໂນ້ຍ.
ໄຂ​ກອງ​ປະ​ຊຸມ​ໃຫຍ່​ຜູ້​ແທນ ອົງ​ຄະ​ນະ​ພັກ ກຸ່ມບັນ​ດາ​ອົງ​ການສຳ​ນັກ​ງານ​ຂັ້ນ​ສູນ​ກາງ​ຄັ້ງ​ທີ 13 - ảnh 1ກອງປະຊຸມຝຶກອົບຮົມວຽກງານໂຄສະນາແບບປາກເປົາ ແລະ ວີຊາສະເພາະການເຄື່ອນໄຫວຂອງຖັນແຖວນັກລາຍງານປີ 2020 ໂດຍອົງຄະນະພັກກຸ່ມບັນດາອົງການສຳນັກງານຂັ້ນສູນກາງຈັດຕັ້ງຂຶ້ນໃນວັນທີ 8 ຕຸລາ ທີ່ຜ່ານມາ (ພາບ:baophapluat.vn  )

 ອົງຄະນະພັກກຸ່ມບັນດາອົງການສຳນັກງານຂັ້ນສູນກາງມີຕົ້ນກຳເນີດແມ່ນກຸ່ມ ລະຫວ່າງ ບັນດາອົງການສຳນັກງານຂັ້ນສູນກາງໂດຍສູນກາງພັກກອມມູນິດ ຫວຽດນາມ ແລະ ປະທານໂຮ່ຈີມິນສ້າງຕັ້ງ, ນຳພາ, ສຶກສາ ແລະ ຝຶກຝົນຫຼໍ່ຫຼອມ.  ອາຍຸການທີ່ຜ່ານມາ, ອົງຄະນະພັກກຸ່ມບັນດາອົງການສຳນັກງານຂັ້ນສູນກາງ ໄດ້ປະຕິລັດສຳເລັດໜ້າທີ່ ແມ່ນອົງການສຳນັກງານພັກຂອງບັນດາອົງການທີ່ເປັນເສນາທິການຍຸດທະສາດຂອງພັກ ແລະ ລັດ.

ຕອບກັບ

ຂ່າວ/ບົດ​ອື່ນ