ໄຂ​ກອງ​ປະ​ຊຸມ​ໃຫຍ່​ຜູ້​ແທນ​ທົ່ວ​ປະ​ເທດ ສະ​ມາ​ຄົມ​ນັກ​ສຶກ​ສາ ຫວຽດ​ນາມ

(VOVWORLD) - ວັນທີ 18 ທັນວາ, ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດສະມາຄົມນັກສຶກສາ ຫວຽດນາມ ຄັ້ງທີ 11, ອາຍຸການ 2023 – 2028 ໄດ້ໄຂຂຶ້ນຢ່າງເປັນທາງການຢູ່ນະຄອນຫຼວງ ຮ່າໂນ້ຍ.
ໄຂ​ກອງ​ປະ​ຊຸມ​ໃຫຍ່​ຜູ້​ແທນ​ທົ່ວ​ປະ​ເທດ ສະ​ມາ​ຄົມ​ນັກ​ສຶກ​ສາ ຫວຽດ​ນາມ - ảnh 1ບັນດາຜູ້ແທນເຂົ້າຮ່ວມກອງປະຊຸມໃຫຍ່ (ພາບ: hcmcpv.org.vn) 

ກອງປະຊຸມໃຫຍ່ມີການເຂົ້າຮ່ວມຂອງຜູ້ແທນເກືອບ 700 ຄົນ, ເຊິ່ງຕາງໜ້າໃຫ້ແກ່ນັກສຶກສາ ຫວຽດນາມ ທັງຢູ່ພາຍໃນ ແລະ ຕ່າງປະເທດ ກວ່າ 1,7 ລ້ານຄົນ.

ດ້ວຍ 4 ວາລະເຮັດວຽກທີ່ດຳເນີນແຕ່ວັນທີ 18 – 20 ທັນວາ, ກອງປະຊຸມໃຫຍ່ ໄດ້ສະຫຼຸບ, ຕີລາຄາວຽກງານສະມາຄົມ ແລະ ຂະບວນການນັກສຶກສາ ອາຍຸການ 2018 – 2023, ກຳນົດເປົ້າໝາຍ, ໜ້າທີ່, ມາດຕະການສຳລັບວຽກງານສະມາຄົມ ແລະ ຂະບວນການນັກສຶກສາ ອາຍຸການ 2023 – 2028; ໄຂປະຊຸມໄດ້ເລືອກຕັ້ງຄະນະບໍລິຫານງານ, ຄະນະກວດກາສູນກາງສະມາຄົມນັກສຶກສາ ຫວຽດນາມ ຊຸດທີ XI.

ເນື່ອງໃນໂອກາດນີ້, ກອງປະຊຸມໃຫຍ່ ກໍຈະຮັບຟັງຄຳຊີ້ນຳຂອງການນຳພັກ, ລັດ, ຄະນະເລຂາສູນກາງຊາວໜຸ່ມຄອມມູນິດໂຮ່ຈີມິນ. ນີ້ແມ່ນບັນດາການກຳນົດທິດທີ່ສຳຄັນໃຫ້ແກ່ການພັດທະນາຂອງວຽກງານສະມາຄົມ ແລະ ຂະບວນການນັກສຶກສາ ຫວຽດນາມ ໃນ 5 ປີຈະມາເຖິງ (2023 – 2028).

ຕອບກັບ

ຂ່າວ/ບົດ​ອື່ນ