ໄຂ​ກອງ​ປະ​ຊຸມ​ໃຫຍ່​ຜູ້​ແທນ​ທົ່ວ​ປະ​ເທດ​ຄັ້ງ​ທີ 13 ຂອງ​ພັກ​ກອມ​ມູ​ນິດ ຫວຽດ​ນາມ ຢ່າງ​ສົມ​ກຽດ

(VOVWORLD) -ຕອນເຊົ້າວັນທີ 26 ມັງກອນ, ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ 13 ຂອງພັກກອມມູນິດ ຫວຽດນາມ ໄດ້ໄຂຂຶ້ນຢ່າງສົມກຽດຢູ່ນະຄອນຫຼວງຮ່າໂນ້ຍ. ເຂົ້າຮ່ວມກອງປະຊຸມມີຜູ້ແທນ 1.587 ທ່ານ, ໂດຍຕາງໜ້າໃຫ້ສະມາຊິກພັກກ່ວາ 5,1ລ້ານຄົນ.
ໄຂ​ກອງ​ປະ​ຊຸມ​ໃຫຍ່​ຜູ້​ແທນ​ທົ່ວ​ປະ​ເທດ​ຄັ້ງ​ທີ 13 ຂອງ​ພັກ​ກອມ​ມູ​ນິດ ຫວຽດ​ນາມ ຢ່າງ​ສົມ​ກຽດ - ảnh 1ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວັນຟຸກກ່າວສູນທອນພົດໄຂກອງປະຊຸມໃຫຍ່ 

ເຂົ້າຮ່ວມວາລະໄຂກອງປະຊຸມໃຫຍ່ມີທ່ານເລຂາທິການໃຫຍ່, ປະທານປະເທດ ຫວຽດນາມ ຫງວຽນຝຸຈ້ອງ, ທ່ານ ຫງວຽນຊວັນຟຸກ ນາຍົກລັດຖະມົນຕີ, ທ່ານນາງປະທານສະພາແຫ່ງຊາດ ຫງວຽນທິກິມເງິນ ບັນດາອະດີດການນຳພັກ, ລັດ…

ໂດຍຕາງໜ້າຄະນະປະທານກອງປະຊຸມໃຫຍ່ກ່າວສູນທອນພົດໄຂກອງປະຊຸມໃຫຍ່, ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ໄດ້ຊີ້ແຈ້ງວ່າ ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ 13 ຂອງພັກ ໄດ້ດຳເນີນໃນສະພາບການປະເທດພວມຢືນຢູ່ຕໍ່ໜ້າກາລະໂອກາດ ແລະ ສິ່ງທ້າທາຍທີ່ສັບຊ້ອນກັນ, ມີຫຼາຍບັນຫາຍຸດທະສາໃໝ່ທີ່ໄດ້ວາງອອກຕ້ອງໄດ້ຮັບການແກ້ໄຂ. ໃນສະພາບການນັ້ນ, ພະນັກງານ, ສະມາຊິກພັກ, ປະຊາຊົນພວມຕັ້ງຄວາມໄວ້ເນື້ອເຊື່ອໃຈຕໍ່ບັນດາລັດຖະນະໂຍບາຍທີ່ຖືກຕ້ອງຂອງພັກ ເພື່ອເສີມຂະຫຍາຍກຳລັງແຮງຂອງມະຫາສາມັກຄີທົ່ວປວງຊົນທັງຊາດ, ສືບຕໍ່ທ່າພັດທະນາປະເທດຊາດຢ່າງວ່ອງໄວ ແລະ ໝັ້ນຄົງ. ທ່ານກ່າວວ່າ:

ກອງປະຊຸມໃຫຍ່ຄັ້ງທີ 13 ມີຄວາມຮັບຜິດຊອບດ້ານປະຫວັດສາດຢ່າງຍິ່ງໃຫຍ່ຕໍ່ປະເທດຊາດ, ພໍ່ແມ່ປະຊາຊົນ ແລະ ຊົນຊາດ, ບໍ່ພຽງແຕ່ໃນໄລຍະ 5 ປີ 2021 – 2025 ເທົ່ານັ້ນ ຫາກຍັງໃນຊຸມທົດສະວັດຈະມາເຖິງ, ຕະຫຼອດຮອດອະນາຄົດຂອງປະເທດຊາດອີດດ້ວຍ. ກອງປະຊຸມໃຫຍ່ໄດ້ສຳຫຼວດກວດຄືນການປະຕິບັດມະຕິກອງປະຊຸມໃຫຍ່ຄັ້ງທີ 12 ທີ່ຕິດພັນກັບການຕີລາຄາ 35 ປີແຫ່ງການດຳເນີນການປ່ຽນແປງໃໝ່, 30 ປີແຫ່ງການປະຕິບັດໂຄງການການເມືອງ 1991, 10 ປີແຫ່ງການປະຕິບັດ ໂຄງການການເມືອງເພີ່ມເຕີມການພັດທະນາໃນປີ 2011 ແລະ ຍຸດທະສາດພັດທະນາເສດຖະກິດ - ສັງຄົມ 2011 – 2020, ວາງອອກທິດທາງ, ໜ້າທີ່ພັດທະນາເສດຖະກິດ - ສັງຄົມ ອາຍຸການ 5 ປີ 2021 – 2025, ກຳນົດເປົ້າໝາຍ, ທິດທາງຮອດປີ 2030, ວິໄສທັດພັດທະນາປະເທດຊາດຮອດປີ 2045.

ຖັດຈາກນັ້ນ, ທ່ານ ເລຂາທິການໃຫຍ່, ປະທານປະເທດ ຫງວຽນຝຸຈ້ອງ ຫວຽດນາມໄດ້ສະເໜີ ບົດລາຍງານຂອງ ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມຊຸດທີ 12 ກ່ຽວກັບບັນດາເອກະສານ ຍື່ນສະເໜີຕໍ່ກອງປະຊຸມໃຫຍ່ຄັ້ງທີ 13 ຂອງພັກ, ທ່ານ ຫງວຽນຝຸຈ້ອງ ໄດ້ເຕື້ອງເຖິງ 3 ບັນຫາໃຫຍ່: ກ່ຽວກັບວິວັດການກະກຽມບັນດາເອກະສານ, ສະຫຼຸບອາຍຸການກອງປະຊຸມໃຫຍ່ຄັ້ງທີ 12 ແລະ ຫວນຄືນ 35 ປີແຫ່ງການປ່ຽນແປງໃໝ່, ກ່ຽວກັບທິດທາງໜ້າທີ່ອາຍຸການທີ 13 ແລະ ຊຸມປີຕໍ່ໄປ.

ຕອບກັບ

ຂ່າວ/ບົດ​ອື່ນ