ໄຂກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ10ຂອງພັກປະຊາຊົນປະຕິວັດລາວ

ໄຂກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ10ຂອງພັກປະຊາຊົນປະຕິວັດລາວ - ảnh 1
ກອງ​ປະຊຸມ​ໃຫຍ່​ຜູ້​ແທນ​ທົ່ວ​ປະ​ເທດ​ຄັ້ງ​ທີ 10 ຂອງ​ພັກ​ປະຊາຊົນ
​ປະຕິວັດ​ລາວ ​ໄດ້​ຖືກ​ໄຂ​ຂຶ້ນ​ຢ່າງ​ເປັນ​ທາງການ
(ພາບ: TTXVN)

(vovworld) - ​ກອງ​ປະຊຸມ​ໃຫຍ່​ຜູ້​ແທນ​ທົ່ວ​ປະ​ເທດ​ຄັ້ງ​ທີ 10 ຂອງ​ພັກ​ປະຊາຊົນ​ປະຕິວັດ​ລາວ ​ໄດ້​ຖືກ​ໄຂ​ຂຶ້ນ​ຢ່າງ​ເປັນ​ທາງການ ​ໃນ​ຕອນ​ເຊົ້າ​ວັນ​ທີ 18 ມັງກອນ 2016 ທີ່​ຫໍ​ປະຊຸມ​ແຫ່ງ​ຊາດ ນະຄອນຫລວງ ວຽງ​ຈັນ ປະ​ເທດ ລາວ. ນີ້​ແມ່ນ​ເຫດການ​ການ​ເມືອງ​ຄັ້ງ​ປະຫວັດສາດ​ສຳຄັນ​ຂອງ​ພັກ, ຂອງ​ປະ​ເທດ​ຊາດ ​ແລະ ຂອງ​ປະຊາຊົນລາວ​ບັນດາ​ເຜົ່າ. ຜູ້​ແທນ​ຫລາຍ​ທ່ານ​ເຂົ້າ​ຮ່ວມ​ກອງ​ປະຊຸມ​ໃຫຍ່​ສຸມ​ໃສ່​ຄົ້ນຄວ້າ ​ແລະ ຮັບຮອງ​ເອົາ​ບົດ​ລາຍ​ງານ​ການ​ເມືອງ​ຂອງ​ຄະນະ​ບໍລິຫານ​ງານ​ສູນ​ກາງ​ພັກ, ​ແຜນການ​ພັດທະນາ​ເສດຖະກິດ - ສັງຄົມ 5 ປີ​ຄັ້ງ​ທີ 8 ​ໄລຍະ 2016 – 2020; ດ້ວຍ​​ເປົ້າໝາຍ​ສູ້​ຊົນ​ນຳ​ປະ​ເທດ​ຫລຸດ​ພົ້ນ​ອອກ​ຈາກ​ສະພາບ​ດ້ອຍ​ພັດທະນາ​​ໃນ​ປີ 2020, ​ໃນ​ນັ້ນ ສູ້​ຊົນ​ຍົກ​ລວມຍອດ​ຜະລິດ​ຕະພັນ​ພາຍ​ໃນ (GDP) ເຕີບ​ໂຕ​ສະ​ເລ່ຍກ່ວາ 7,5%/ປີ. ສຸມ​ໃສ່​ກໍ່ສ້າງ, ພັດ​ທະ​ນາ​ບັນ​ດາ​ພື້ນຖານ​ໂຄງ​ລ່າງ, ​ເສດຖະກິດ - ​ເຕັກນິກ, ວັດທະນະທຳ, ວິທະຍາສາດ ​ແລະ ​ແຫຼ່ງຊັບພະຍາກອນ​ມະນຸດ ​ເພື່ອ​ແນ​ໃສ່​ຫັນ​ປະ​ເທດ​ເປັນ​ອຸດສາຫະກຳ ​ແລະ ທັນ​ສະ​ໄໝ​​ເທື່ອລະ​ກ້າວ. ກອງ​ປະຊຸມ​ໃຫຍ່​ຈະ​ຮັບຮອງ​ເອົ​າກົດ​ລະບຽບ​ພັກ ສະບັບ​ປັບປຸງ ​ແລະ ດຳ​ເນີນ​ການ​ເລືອກ​ຕັ້ງ​ຄະນະ​ບໍລິຫານ​ງານ​ສູນ​ກາງ​ພັກ​ຊຸດ​ໃໝ່. ກອງ​ປະຊຸມ​ໃຫຍ່​ຜູ້​ແທນ​ທົ່ວ​ປະ​ເທດ​ພັກ​ປະຊາຊົນ​ປະຕິວັດ​ລາວ ດຳ​ເນີນ​ໄປ​ແຕ່​ວັນ​ທີ 18 - 22/1.

 

ຂ່າວ/ບົດ​ອື່ນ