ໄຂກອງປະຊຸມໃຫ່ຍພຸດທະສາສະໜາ ທົ່ວປະເທດຄັ້ງທີ 7

ໄຂກອງປະຊຸມໃຫ່ຍພຸດທະສາສະໜາ ທົ່ວປະເທດຄັ້ງທີ 7 - ảnh 1

(ພາບ:dantri.com.vn)

(VOV)- ​ ກອງ​ປະຊຸມ​ໃຫ່ຍຜູ້​ແທນ​ທົ່ວ​ປະ​ເທດ​ຄັ້ງທີ 7 ສະມາຄົມ​ພຸດທະ​ສາສະໜາ​ຫວຽດນາມ ​ດ້ວຍຫົວ​ຂໍ້ “ສື​ບທອດ-ສະຖຽນລະ​ພາບ-​ພັດທະນາ“ ໄດ້ໄຂຂຶ້ນໃນຕອນ​ເຊົ້າວັນ​ທີ 23/11 ຢູ່​ຮ່າ​ໂນ້ຍ. ກ່າວຄຳເຫັນທີ່ກອງປະຊຸມໃຫ່ຍ, ທ່ານຮອງນາ ຍົກລັດຖະມົນຕີຫງວຽນຊວນຟຸກ ຊີ້ແຈງວ່າ: ກອງ​ປະຊຸມ​ໃຫ່ຍພຸດທະສາສະໜາ​ພຸດ​ທົ່ວ​ປະ​ເທດ​ຄັ້ງທີ 7 ແມ່ນເຫດການທາງສາສະໜາສຳຄັນຍິ່ງ ໃນຊີວິດດ້ານຈິດໃຈ ແລະ ການ​ເຫຼື້ອມ​ໃສ​ຂອງ​ປະຊາຊົນ​ຜູ້​ຖື​ສາສະໜາ​ພຸດບໍ່​ພຽງ​ແຕ່​ຢູ່​ພາຍ​ໃນ ​ແລະ ຕ່າງປະ​ເທດ​ເທົ່າ​ນັ້ນ, ຫາກ​ຍັງ​ດຶງ​ດູດ​ຄວາມ​ສົນ​ໃຈ​ຂອງຊາວ​ຫວຽດນາມ ຜູ້​ຖື​ສາສະໜາ​ພຸດ​ຢູ່​ຕ່າງປະ​ເທດ​ເປັນ​ຈຳນວນ​ຫຼວງ​ຫຼາຍ​ອີກ​ດ້ວຍ.       ທ່ານຮອງນາຍົກລັດຖະມົນຕີຫງວຽນຊວນຟຸກ ຢັງຢືນ​ວ່າ:​​ໃນ​ທຸກ​ສະພາບ​ການ​ຂອງ​ປະ​ເທດ​ຊາດ, ຍາມ​ໃດສາສະໜາ​ພຸດ​ຫວຽດນາມ ກໍ່​ຢັ້ງຢືນ​ໄດ້​ທີ່​ຕັ້ງຂອງ​ຕົນ​ໃນປະ​ເທດຊາດ. ທ່ານຮອງນາຍົກລັດຖະມົນຕີຫງວຽນຊວນຟຸກ ຊີ້​ແຈງ​ວ່າ:

    “ຍາມ​ໃດ​ພັກ ​ແລະ ລັດ​ກໍ່​ມີ​ຄວາມ​ເຊື່ອໝັ້ນ ​ແລະ ປາດ​ຖະໜາ​ວ່າ, ​ໃນ​ອາຍຸ​ການ​ຈະ​ມາ​ເຖິງ, ດ້ວຍ​ພູມ​ປັນ​ສາ​ຂອງ​ສາສະໜາ​ພຸດ, ດ້ວຍ​ຈິດ​ໃຈ​ສາມັກຄີ​ຂອງພະສົງ​ສາມະ​ເນັນ, ພຸດທະສາສະນິກກະ​ຊົນ, ດ້ວຍ​ທິດ​ທາງ​ສະໜິດ​ຕິດ​ພັນ, ພ້ອມກັບ​ປະ​ເທດຊາດ ​ແລະ ​ເສີມ​ຂະຫຍາຍ​ມູນ​ເຊື້ອ​ຂອງ​ພຸ​ດທະສາສະໜາ​ຫວຽດນາມ. ສະມາຄົມ​ພຸດ​ທາສາ​ສະໜາ​ຫວຽດນາມ ຈະ​ສືບ​ຕໍ່​ແມ່ນ​ຂົວ​​ເຊື່ອມ​ທີ່ຕໍ່​ສຳຄັນ​ລະຫວ່າງ​ພຸດທະ​ສາ​ສະ​ນິ​ກກະ​ຊົນຫວຽດນາມ ຢູ່​ຕ່າງປະ​ເທດ, ບັນດາ​ສະມາຄົມພຸດທະ​ສາ​ສະ​ນິ​ກກະ​ຊົນຫວຽດນາມ ຢູ່​ຕ່າງປະ​ເທດ ຮ່ວມ​ແຮງ​ຮ່ວມ​ໃຈ, ພ້ອມ​ກັບ​ສະມາຄົມ​ພຸດ​ທະ​ສາສະໜາ​ຫວຽດນາມ ປະກອບ​ສ່ວນ​ສ້າງສາ ​ແລະ ພັດທະນາ​ປະ​ເທດ​ຊາດ​ຫວຽດນາມ ​ໃຫ້​ຮັ່ງມີ​ເຂັ້ມ​ແຂງ

   ທ່ານຮອງນາຍົກລັດຖະມົນຕີຫງວຽນຊວນຟຸກ ສະ​ເໜີ​ໃຫ້​ອົງຄະ​ນະ​ພັກ, ອຳນາດ​ການ​ປົກຄອງ​ທົ່ວ​ປະ​ເທດ ຈົ່ງມີ​ຄວາມ​ເອົາ​ໃຈ​ໃສ່​ກ່ວາ​ອີກ​​ເຖິງ​ວຽກ​ງານ​ໂຄສະນາ, ​ເຜີ​ຍ​ແຜ່​ແນວທາງ​ນະ​ໂຍບາຍ​ຂອງ​ພັກ, ລັດ, ​ແນະນຳ, ຊ່ວຍ​ເຫຼືອ, ສ້າງ​ເງື່ອນ​ໄຂ​ສະດວກ​ໃຫ້​ສາສະໜາ​ເວົ້າລວມ, ສາສະໜາ​ພຸດ​ເວົ້າສະ​ເພາະ ດຳ​ເນີນ​ການ​ເຄື່ອນ​ໄຫວ​ຢ່າງ​ເສລີ​ໃນ​ຂອບ​ເຂດ​ກົດໝາຍ, ສ້າງ​ສະພາບ​ແວດ​ລ້ອມ​ແຫ່ງ​ການ​ດຳ​ເນີນ​ຊີວິດ​ທາງ​ສາສະໜາ​ເປັນ​ປົກກະຕິ, ປອດ​ໄສ​ໃນ​ທົ່ວ​ປະ​ເທ​ດ

  ​ໃນ​ການ​ເຮັດ​ວຽກ​ເປັນ​ເວລາ​ສອງ​ວັນ, ກອງ​ປະຊຸມ​ໃຫ່ຍຈະ​ດຳ​ເນີນ​ການ​ສະຫລຸບ​ວຽກ​ງານ​ພຸດທະ​ສາສະໜາ​ອາຍຸ​ການ​ທີ 6 (2007-2012), ປຶກສາ​ຫາລື, ຮັບຮອງ​ເອົາ​ໂຄງການ​ເຄື່ອນ​ໄຫວ​ອາຍຸ​ການ​ທີ 7 (2012-2017). ກອງ​ປະຊຸມ​ໃຫ່ຍຈະ​ພິຈາລະນາ, ຮັບຮອງ​ເອົາກົດ​ບັດສະມາຄົມ​ພຸດທະ​ສາສະໜາ​ຫວຽດນາມ ສະບັບ​ປັບປຸງ​ເທື່ອ​ທີ 5; ຮັບຮອງ​ເອົາ​ບັນດາ​ເອກະສານ​ສຳຄັນ​ທີ່ກ່ຽວຂ້ອງ​ເຖິງສະມາຄົມ​ພຸດທະ​ສາສະໜາ​ຫວຽດນາມ ​ແລະ ພະສົງ​ສາມະ​ເນັນ, ພຸດທະສາສະນິກກະ​ຊົນ​ພາຍ​ໃນ ​ແລະ ຕ່າງປະ​ເທ​ດ.

ຂ່າວ/ບົດ​ອື່ນ