ໄຂກອງປະຊຸມໃຫຍ່ສະມາຄົມແພດໝໍໜຸ່ມ ຫວຽດນາມ ອາຍຸການ 2020 – 2025

(VOVWORLD) - ຕອນເຊົ້າວັນທີ 06 ທັນວາ, ທີ່ຮ່າໂນ້ຍ, ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດສະມາຄົມແພດໝໍໜຸ່ມຫວຽດນາມ ຄັ້ງທີ 4, ອາຍຸການ 2020  2025 ໄດ້ໄຂຂຶ້ນ ດ້ວຍຄຳຂວັນທີ່ວ່າ: ແພດໝໍໜຸ່ມອາສາສະໝັກເພື່ອ ຫວຽດນາມ ແຂງແຮງ.
ໄຂກອງປະຊຸມໃຫຍ່ສະມາຄົມແພດໝໍໜຸ່ມ ຫວຽດນາມ ອາຍຸການ 2020 – 2025 - ảnh 1 ໄຂກອງປະຊຸມໃຫຍ່ສະມາຄົມແພດໝໍໜຸ່ມ ຫວຽດນາມ ອາຍຸການ 2020 – 2025 (ພາບ: TTXVN)

          ກ່າວຄຳເຫັນທີ່ກອງປະຊຸມໃຫຍ່, ທ່ານ ຫງວຽນແອງຕ໊ວນ, ເລຂາຜູ້ທີໜຶ່ງສູນກາງຄະນະຊາວໜຸ່ມກອມມູນິດໂຮ່ຈີມິນ, ປະທານສະຫະພັນຊາວໜຸ່ມ ຫວຽດນາມ ປາດຖະໜາວ່າ ບັນດາສະມາຊິກຂອງສະມາຄົມ ຈົ່ງສືບຕໍ່ສູ້ຊົນ, ຝືກຝົນຫລໍ່ຫລອມຮ່ຳຮຽນເພື່ອກາຍເປັນແພດໝໍດີເດັ່ນທີ່ມີຈັນຍາບັນໃນການກວດປິ່ນປົວພະຍາດໃຫ້ຄົນເຈບ ແລະ ມີລະດັບຄວາມຮູ້ດ້ານວິຊາສະເພາະ; ໝູນໃຊ້, ຊອກຮູ້ບັນດາວິທີການປິ່ນປົວໃໝ່ ແລະ ໜູນໃຊ້ເຕັກໂນໂລຊີການແພດການຢາໃນໂລກເຂົ້າໃນວຽກງານຂອງຕົນ; ສົມທົບບັນດາຄຸນຄ່າຂອງການແພດພື້ນເມືອງກັບບັນດາຄຸນຄ່າການແພດທັນສະໄໝ.

ເນື່ອງໃນໂອກາດນີ້, ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດສະມາຄົມແພດໝໍໜຸ່ມ ຫວຽດນາມ ຄັ້ງທີ 4 ອາຍຸການ 2020 – 2025 ໄດ້ຍ້ອງຍໍຊົມເຊີຍແພດໝໍໜຸ່ມ ຫວຽດນາມ ດີເດັ່ນປີ 2020 ແມ່ນ 10 ຄົນ.

ຕອບກັບ

ຂ່າວ/ບົດ​ອື່ນ