ໄຂກອງປະຊຸມໃຫຍ່ອົງຄະນະພັກບັນດາແຂວງຫາຍເຢືອງແລະທາຍງວຽນອາຍຸການ2015-2020

ໄຂກອງປະຊຸມໃຫຍ່ອົງຄະນະພັກບັນດາແຂວງຫາຍເຢືອງແລະທາຍງວຽນອາຍຸການ2015-2020 - ảnh 1
(ທ່ານ ຫງວຽນ​ຊິງ​ຮຸ່ງ ກຳມະກາ​ນກົມ​ການ​ເມືອງ, ປະທານ
ສະພາ​ແຫ່ງ​ຊາດ ກ່າວ​ຄຳ​ເຫັນ​ທີ່​ກອງ​ປະຊຸມ​ໃຫຍ່)

(vovworld) ຕອນ​ເຊົ້າວັນ​ທີ 27/10, ຢູ່​ນະຄອນ ຫາຍ​ເຢືອງ, ​​ໄດ້ໄຂອງ​ປະຊຸມ​ໃຫຍ່​ອົງຄະ​ນະ​ພັກ​ແຂວງ ຫາຍ​ເຢືອງ ຄັ້ງ​ທີ 16 ອາຍຸ​ການ 2015 – 2020. ທ່ານ ຫງວຽນ​ຊິງ​ຮຸ່ງ ກຳມະກາ​ນກົມ​ການ​ເມືອງ, ປະທານສະພາ​ແຫ່ງ​ຊາດ ຫວຽດນາມ ​ເຂົ້າ​ຮ່ວມ​ ​ແລະ ຊີ້​ນຳ​ກອງ​ປະຊຸມ​ໃຫຍ່. ກ່າວ​ຄຳ​ເຫັນ​ທີ່​ກອງ​ປະຊຸມ​ໃຫຍ່, ທ່ານ​ປະທານ​ສະພາ​ແຫ່ງ​ຊາດ ຫງວຽນ​ຊິງ​ຮຸ່ງ ຍ້ອງຍໍ​ຊົມ​ເຊີຍບັນດາ​ໝາກຜົນ​ສຳຄັນ ​ເຊິ່ງ​ແຂວງ ຫາຍ​ເຢືອງ ບັນລຸ​ໄດ້​ໃນ​ອາຍຸ​ການ​ຜ່ານ​ມາ, ພິ​ເສດ​ແມ່ນ​ຂະ​ບວນການ​ກໍ່ສ້າງ​ຊົນນະບົດ​ໃໝ່, ກໍ່ສ້າງ​ກຸ່ມ​ກ້ອນ​ມະຫາ​ສາມັກຄີ​ທົ່ວ​ປວງ​ຊົນ​ທັງ​ຊາດໄດ້​ຮັບ​ການ​ປັບ​ປຸງ ​ແລະ ​ເພີ່ມ​ທະວີ. ທ່ານ​ປະທານ​ສະພາ​ແຫ່ງ​ຊາດ ສະ​ເໜີ​ໃນ​ໄລຍະ​ຈະ​ມາ​ເຖິງ, ​ແຂວງ ຫາຍ​ເ​ຢືອງ ຕ້ອງ​ກາຍ​ເປັນ​ແຂວງ​ພັດທະນາ, ລາຍ​ຮັບ​ສະ​ເລ່ຍ​ໃສ່​ຫົວ​ຄົນ​ຕ້ອງ​ຢູ່​​ໃນລະດັບ​ທີ 20 ​ໃນ​ທົ່ວ​ປະ​ເທດ. ຄຽງ​ຂ້າງ​ນັ້ນ, ​ແຂວງ ຫາຍ​ເຢືອງ ຄວນ​ເອົາ​ໃຈ​ໃສ່​ເປັນ​ພິ​ເສດ​ເຖິງການ​ພັດທະນາ ​ເພື່ອ​ກາຍ​ເປັນ​ແຂວງ​ອຸດສາຫະກຳ​ຕາມ​ທິດ​ທັນ​ສະ​ໄໝ.

        ​ແລະ​ກໍ​ໃນ​ວັນ​ດຽວ​ກັນ, ​ເຂົ້າ​ຮ່ວມ ​ແລະ ກ່າວ​ຄຳ​ເຫັນ​ຊີ້​ນຳ​ກອງ​ປະຊຸມ​ໃຫຍ່​ອົງຄະ​ນະ​ພັກ​ແຂວງ ​ທາຍ​ງວຽນ ຄັ້ງ​ທີ 19 ອາຍຸ​ການ 2015 – 2020, ທ່ານ ​ໂຕ​ຮູ​ຍ​ເຣື໋ອ, ກຳມະການ​ກົມ​ການ​ເມືອງ, ​ເລ​ຂາ​ສູນ​ກາງ​ພັກ, ຫົວໜ້າ​ຄະນະ​ຈັດ​ຕັ້ງ​ສູນ​ກາງ ​ເນັ້ນ​ໜັກ​ວ່າ:

        “​ແຂວງ​ ທາຍ​ງວຽນ ຄວນ​ຍູ້​ແຮງ​ການ​ຫັນປ່ຽນ​ໂຄງ​ປະກອບ​ເສດຖະກິດ ຍົກ​ສູງ​ຄຸນ​ນະພາ​ບ​ການເຕີບ​ໂຕ, ດຶງ​ດູດ​ບັນດາ​ແຫຼ່ງກຳລັງ​​ລົງທຶນ​ພັດທະນາ​ພື້ນຖານ​ໂຄງ​ລ່າງ​ເສດຖະກິດ​ສັງ​ຄົມ​ຕ້ອງ​ເອົາ​ໃຈໃສ່ ​ແລະ ຄຸ້ມ​ຄອງ​ວຽກ​ງານວາງ​ແຜນ​ຜັງ​ເມືອງ​ໃຫ້​ດີ. ບົນ​ພື້ນຖານ​ນັ້ນ ​ເລືອກ​ເຟັ້ນບັນດາ​ໂຄງການ​ລົງທຶນ ກຳນົດ​ແຈ້ງ​ທີ່​ຕັ້ງ​ບົດບາດ​ຂອງ ​ທາຍງວຽນ ​ໃນ​ເຂດ​ເສດຖະກິດ​ຈຸດ​ສຸມທິດ​ເໜືອ​ເຂດ​ນະຄອນຫລວງ ຮ່າ​ໂນ້ຍ. ຖື​ເປັນ​ສຳຄັນ​ວຽກ​ງານ​ຮ່ວມ​ສຳພັນ​ເຂດ ສ້າງ​ກຳລັງ​ໜູນ​ພັດທະນາ​ກໍ່ສ້າງ ​ທາຍ​ງວຽນ ກາຍ​ເປັນ​ແຂວງອຸດສາ​ຫະກຳ​ໂດຍ​ໄວ”.

 

ຂ່າວ/ບົດ​ອື່ນ