ໄຂກອງປະຊຸມໃຫຍ່ອົງຄະນະພັກແຂວງຕ່ຽນຢາງອາຍຸການ2015-2020

ໄຂກອງປະຊຸມໃຫຍ່ອົງຄະນະພັກແຂວງຕ່ຽນຢາງອາຍຸການ2015-2020 - ảnh 1
ກອງ​ປະຊຸມ​ໃຫຍ່​ຜູ້​ແທນ​ອົງຄະ​ນະ​ພັກ​ແຂວງ ຕ່ຽນຢາງ
 ຄັ້ງ​ທີ 10 ອາຍຸ​ການ 2015 – 2020
(ພາບ: tiengiang.gov.vn)

(vovworld) –  ​​ ກອງ​ປະຊຸມ​ໃຫຍ່​ຜູ້​ແທນ​ອົງຄະ​ນະ​ພັກ​ແຂວງ ຕ່ຽນຢາງ ຄັ້ງ​ທີ 10 ອາຍຸ​ການ 2015 – 2020 ດ້ວຍ​ຫົວຂໍ້ “ຍົກ​ສູງ​ຄວາມ​ສາມາດ​ຊີ້​ນຳ​ນຳພາ​ຮອບດ້ານ​ຂອງ​ອົງ​ຄະນະ​ພັກ, ​ເພີ່ມ​ທະວີ​ຄວາມ​ສາມັກຄີ, ​ເສີມ​ຂະຫຍາຍ​ປະຊາທິປະ​ໄຕ, ຂະຫຍັນ​ຂັນ​ເຄື່ອນ, ມີ​ຫົວຄິດ​ປະດິດ​ສ້າງ, ກໍ່ສ້າງ ຕ່ຽນຢາງ ​ເປັນ​ແຂວງ​ພັດທະນາ​ໝັ້ນຄົງ​ໃນ​ເຂດ​ທົ່ງພຽງ​ແມ່​ນ້ຳຂອງ” ​ໄດ້​ໄຂ​ຂຶ້ນ​ໃນ​ຕອນ​ເຊົ້າ​ວັນ​ທີ 20/10 ຢູ່​ນະຄອນ ໝີ​ທໍ. ​ເຂົ້າ​ຮ່ວມ ​ແລະ ກ່າວ​ຄຳ​ເຫັນ​ຊີ້​ນຳ​ກອງ​ປະຊຸມ ທ່ານ​ພົນ​ເອກ ​ໂງ​ຊວນ​ລິ້ກ ​ເລຂາ​ສູນ​ກາງ​ພັກ, ຫົວໜ້າ​ກົມ​ໃຫຍ່​ການ​ເມືອງ​ກອງທັບ​ປະຊາຊົນ ຫວຽດນາມ, ຕີ​ລາຄາ​ສູງ​ບັນດາ​ຜົນງານ ຊຶ່ງ​ອົງ​ຄະນະ​ພັກ ​ແລະ ປະຊາຊົນ​ແຂວງ ຕ່ຽນຢາງ ບັນລຸ​ໄດ້​ໃນ​ໄລຍະ​ຜ່ານ​ມາ, ພິ​ເສດ​ແມ່ນ​ໃນ​ຂົງ​ເຂດ​ພັດທະນາ​ເສດຖະກິດ​​ຕິດ​ພັນ​ກັບ​ວຽກ​ງານ​ຮັບປະກັນ​ຊີວິດ​ສັງຄົມ. ທ່ານ​ພົນ​ເອກ ​ໂງ​ຊວນ​ລິ້ກ ສະ​ເໜີ​ແຂວງ ຕ່ຽນຢາງ ສຸມ​ໃສ່​ປະຕິບັດ​ການສ້າງ​ໂຄງ​ປະກອບ​ພື້ນຖານ​ເສດຖະກິດ​ຄືນ​ໃໝ່, ຈຸດ​ສຸມການ​ສ້າງ​ໂຄງ​ປະກອບ​ຂະ​ແໜງ​ກະສິກຳ​ແຂວງ​ຄືນ​ໃໝ່ ​ໃນ​ນັ້ນ​ຍູ້​ແຮງ​ຮູບ​ແບບ​ລ້ຽງ​ສັດ, ປູກ​ຕົ້ນ​ໄມ້​ກິນໝາກ​ຕາມ​ທິດປູກຝັງ​ຮັບ​ໃຊ້ສະ​ເພາະ​ການ​ສົ່ງ​ອອກ. ອົງຄະ​ນະ​ພັກ​ແຂວງ ຕ່ຽນຢາງ ຕ້ອງ​ໃສ່​ໃຈ​ເປັນ​ພິ​ເສດ​ການ​ພັດທະນາ​ແຫຼ່ງຊັບພະຍາກອນ​ມະນຸດ, ​ເຮັດ​ວຽກ​ງານພະນັກງານ​ໃຫ້​ດີ, ​ເອົາ​ໃຈ​ໃສ່​ເປັນ​ພິ​ເສດ​ເຖິງ​ພະນັກງານ​ຍິງ, ພະນັກງານ​ໜຸ່ມ, ພະນັກງານ​ມີ​ລະດັບ​ຄວາມ​ຮູ້​ສູງ. ​​ໄປຄຽງ​ຄູ່​ກັບການ​ພັດທະນາ​ເສດຖະກິດ, ​ແຂວງ ຕ່ຽນຢາງ ຕ້ອງ​ເອົ​າ​ໃຈ​ໃສ່​ເຖິງ​ວຽກ​ງານ​ປ້ອງ​ກັນຊາ​ດ - ປ້ອງ​ກັນ​ຄວາມ​ສະຫງົບ, ກໍ່ສ້າງ​ພັກ.

ຂ່າວ/ບົດ​ອື່ນ