ໄຂກອງປະຊຸມໃຫຍ່ອົງຄະນະພັກແຂວງຮ່ວາບິ່ງຄັ້ງທີ16

ໄຂກອງປະຊຸມໃຫຍ່ອົງຄະນະພັກແຂວງຮ່ວາບິ່ງຄັ້ງທີ16 - ảnh 1
(ໄຂກອງປະຊຸມໃຫຍ່ອົງຄະນະພັກແຂວງຮ່ວາບິ່ງຄັ້ງທີ 16)

(vovworld) - ດ້ວຍ​ຫົວ​ຂໍ້​ວ່າ:“ສືບ​ຕໍ່​ຍົກ​ສູງ​ກຳລັງ​ຄວາມ​ສາມາດ​ນຳພາ ​ແລະ ກຳລັງ​ສູ້​ຮົບ​ຂອງ​ອົງຄະ​ນະ​ພັກ, ​ເສີມ​ຂະຫຍາຍ​ກຳລັງ​ແຮງ​ສາມັກຄີ​ບັນດາ​ເຜົ່າ; ລະດົມ​ທຸກ​ແຫຼ່ງກຳລັງ​ເພື່ອ​ພັດທະນາ​ເສດຖະກິດ​ສັງຄົມ​ຢ່າງ​ໄວ, ໝັ້ນຄົງ; ສູ້​ຊົນ​ນຳ​ເສດຖະກິດ​ແຂວງ ຮ່ວາ​ບິ່ງ ​ໃຫ້​​ພັດທະນາ​ໃນ​ລະດັບປານ​ກາງຂອງ​ທົ່ວ​ປະ​ເທດ“.ກອງ​ປະຊຸມ​ໃຫຍ່​ອົງຄະ​ນະ​ພັກ​ແຂວງ​ ຮ່ວາ​ບິ່ງ​ ຄັ້ງ​ທີ16 ​ໄລຍະ 2015-2020 ​ໄດ້​ໄຂ​ຂຶ້ນ​ໃນ​ຕອນ​ເຊົ້າ​ວັນ​ທີ 15/9, ຢູ່​ນະຄອນ ຮ່ວາ​ບິ່ງ. ກ່າວ​ຄວາມ​ເຫັນ​ນະ​ທີ່​ນີ້, ທ່ານ​ປະທານ​ປະ​ເທດ ​ເຈືອງ​ເຕິ໋ນຊາງ, ​ເນັ້ນ​ໜັກ​ວ່າ:

“ຮ່ວາ​ບິ່ງ​ຄວນ​ສືບ​ຕໍ່​ຍູ້​ແຮງ​ການ​ປະຕິບັດ​ຍຸດ​ທະ​ສາດ, ສ້າງ​ໂຄງ​ປະກອບຄືນ​ໃໝ່, ປ່ຽນ​ໃໝ່ຮູບ​ແບບ​ເຕີບ​ໂຕ​ເສດຖະກິດ. ຮ່ວາ​ບິ່ງ ຄວນ​ບຸລິ​ມະ​ສິດ​ແກ່​ການ​ລົງທຶນ​ຢ່າງ​ເໝາະ​ສົມ​ໃຫ້​ແກ່​ການ​ປັບປຸງ, ສ້າງ​ລະບົບ​ພື້ນຖານ​ໂຄງ​ລ່າງ​ຄົບ​ຊຸດ​, ປັບປຸງ, ຍົກ​ລະດັບ​ບັນດາ​ເສັ້ນທາງ​ຄົມມະນາຄົມ, ລະບົບ​ຕາໜ່າງ​ໄຟຟ້າ, ບັນດາ​ກິດຈະກຳ​ຊົນລະປະທານ, ຮັບປະກັນ​ມີ​ນຳ້​ຢ່າງ​ພຽງພໍ​ໃຫ້​ແກ່​ການ​ຜະລິດ ​ແລະ ການ​ດຳ​ເນີນ​ຊີວິດ​ຂອງ​ປະຊາຊົນ. ນອກ​ນັ້ນ ຮ່ວາ​ບິ່ງ​ ກໍ່​ຕ້ອງ​ເອົາ​ໃຈ​ໃສ່​ເຖິງ​ການ​ພັດທະນາ​ການ​ສຶກສາ, ຍົກ​ສູງ​ຄຸນນະພາ​ບ​ແຫຼ່ງຊັບພະຍາກອນ​ມະນຸດ, ຍູ້​ແຮງ​ການ​ປະຕິ​ຮູບ​ດ້ານ​ການ​ບໍລິຫານ, ປັບປຸງ​ສະພາບ​ແວດ​ລ້ອມ​ແຫ່ງ​ການ​ລົງທຶນ, ​ເພື່ອດຶງ​ດູດ​ແຫຼ່ງທຶນ​ທັງ​ຢູ່​ພາຍ​ໃນ ​ແລະ ຕ່າງປະ​ເທດ​ຢ່າງ​ແຮງ“.

ທ່ານ​ປະທານ​ປະ​ເທດ​ຍັງ​ໃສ່​ໃຈ​ແຂວງ ຮ່ວາ​ບິ່ງ ຄວນ​ສືບ​ຕໍ່​ປັບປຸງ, ​ເພີ່ມ​ທະວີ​ການ​ປ້ອງ​ກັນຊາ​ດ, ປ້ອງ​ກັນ​ຄວາມ​ສະຫງົບ, ກໍ່ສ້າງ​ທ່າ​ຮົບທົ່ວ​ປວງ​ຊົນ ​ປ້ອງ​ກັນ​ປະ​ເທດ​, ປະຊາຊົນປ້ອງ​ກັນ​ຄວາມ​ສະຫງົບ; ຮັກສາ​ສະຖຽນ​ລະ​ພາບ​ດ້ານ​ການ​ເມືອງ, ຄວາມ​ເປັນ​ລະບຽບ​ຮຽບຮ້ອຍ​ທາງ​ສັງຄົມ, ຄົ້ນ​ເຫັນ ​ແລະ ​ແກ້​ໄຂ​ບັນດາ​ບັນຫາ​ທີ່​ສັບ​ສົນ​ຢ່າງ​ທັນ​ການ, ປະຕິບັດ​ນະ​ໂຍບາຍ​ສາ​ສະໜາ, ຊົນ​ເຜົ່າ​​ເປັນ​ຢ່າງ​ດີ.

ຂ່າວ/ບົດ​ອື່ນ