ໄຂ​ກອງ​ປະ​ຊ​ຸມໃຫຍ່ແຂ່ງ​ຂັນ​ຮັກ​ຊາດຂະ​ແໜງ​ການອຸດສາຫະກຳ ແລະການຄ້າ

(VOVWORLD) -ຕອນເຊົ້າວັນທີ 29 ກັນຍາ, ຢູ່ນະຄອນຫຼວງ ຮ່າໂນ້ຍ, ໄດ້ດຳເນີນກອງປະຊຸມໃຫຍ່ແຂ່ງຂັນຮັກຊາດຂະແໜງການອຸດສາຫະກຳ ແລະການຄ້າ ຄັ້ງທີ III.

ໄຂ​ກອງ​ປະ​ຊ​ຸມໃຫຍ່ແຂ່ງ​ຂັນ​ຮັກ​ຊາດຂະ​ແໜງ​ການອຸດສາຫະກຳ ແລະການຄ້າ - ảnh 1ທ່ານ ເຈືອງຮ່ວາບິ່ງ ຮອງນາຍົກລັດຖະມົນຕີ ຫວຽດນາມກ່າວຄຳເຫັນຊີ້ນຳກອງປະຊຸມ

(ພາບ: Congthuong.vn) 

ກ່າວຄຳເຫັນຊີ້ນຳກອງປະຊຸມໃຫຍ່, ທ່ານ ເຈືອງຮ່ວາບິ່ງ ຮອງນາຍົກລັດຖະມົນຕີ ຫວຽດນາມ ໄດ້ຕີລາຄາສູງບັນດາຜົນງານເຊິ່ງຂະແໜງການອຸດສາຫະກຳ ແລະ ການຄ້າບັນລຸໄດ້ໃນ 5 ປີຜ່ານມາ, ໃນນັ້ນ, ຂະແໜງການອຸດສາຫະກຳ ແລະ ການຄ້າ ນຳໜ້າໃນການເຊື່ອມໂຍງເສດຖະກິດສາກົນ, ມີຫຼາຍສັນຍາການຄ້າເສລີສອງຝ່າຍ ແລະ ຫຼາຍຝ່າຍໄດ້ຮັບການລົງນາມ, ເປີດບັນດາກາລະໂອກາດໃຫຍ່ກ່ຽວກັບການຄ້າ ແລະ ການລົງທຶນ, ຊຸກຍູ້ວິວັດທະນະການປ່ຽນແປງໃໝ່ຮູບແບບການເຕີບໂຕ ແລະ ສ້າງໂຄງປະກອບພື້ນຖານເສດຖະກິດຄືນໃໝ່. ທ່ານ ເຈືອງຮ່ວາບິ່ງ ຊີ້ແຈ້ງວ່າ:

ການພັດທະນາບັນດາຮູບແບບດຳເນີນທຸລະກິດໃໝ່ອີງໃສ່ເຕັກໂນໂລຢີດີຈີຕອນຄືການຄ້າເອເລັກໂຕນິກ ແລະ ຍົກສູງຄວາມສາມາດເຂົ້າຮ່ວມລະບົບມູນຄ່າທົ່ວໂລກ ແລະ ພາກພື້ນ. ຍາດແຍ່ງທ່າໄດ້ບຽບກ່ຽວກັບຂອບຂະໜາດການຄ້າໃຕ່າງປະເທດເພື່ອພັດທະນາໄວ, ລົງເລິກບາງຂະແໜງການອຸດສາຫະກຳພື້ນຖານ, ຍຸດທະສາດ, ມີທ່າແຮງແກ່ງແຍ່ງ ແລະ ຮັບຜົນປະໂຫຍດສູງກວ່າໃນລະບົບມູນຄ່າ ແລະ ສ້າງຄວາມສະດວກໃຫ້ແກ່ການພັດທະນາຂະແໜງການ, ຂຸດຄົ້ນຢ່າງມີປະສິດທິຜົນໃນວິວັດການສ້າງໂຄງປະກອບລະບົບການສະໜອງທົ່ວໂລກຄືນໃໝ່.”

ຕອບກັບ

ຂ່າວ/ບົດ​ອື່ນ