ໄຂ​ກອງ​ປະ​ຊ​ຸມໃຫຍ່ແຂ່ງ​ຂັນ​ຮັກ​ຊາດ​ພະ​​ນັກ​ງານ​ກຳ​ມະ​ກອນລັດ​ຖະ​ກອນຜູ້​ອອກແຮງ​ງານ

(VOVWORLD) -ໃນຕອນເຊົ້າວັນທີ 28 ກັນຍາຢູ່ນະຄອນຫຼວງ ຮ່າໂນ້ຍ ໄດ້ໄຂກອງປະຊຸມໃຫຍ່ແຂ່ງຂັນຮັກຊາດ ພະນັກງານກຳມະກອນລັດຖະກອນຜູ້ອອກແຮງງານທົ່ວປະເທດ. ໂດຍມີການເຂົ້າຮ່ວມຂອງຜູ້ແທນ 463 ທ່ານ. 
ໄຂ​ກອງ​ປະ​ຊ​ຸມໃຫຍ່ແຂ່ງ​ຂັນ​ຮັກ​ຊາດ​ພະ​​ນັກ​ງານ​ກຳ​ມະ​ກອນລັດ​ຖະ​ກອນຜູ້​ອອກແຮງ​ງານ - ảnh 1 (ພາບປະກອບ: VOV)

ໃນນັ້ນມີ 450 ໝູ່ຄະນະ, ສ່ວນບຸກຄົນທີ່ໄດ້ຮັບການຄັດເລືອກ, ສະເໜີຈາກກອງປະຊຸມໃຫຍ່, ກອງປະຊຸມແບບຢ່າງທີ່ກ້າວໜ້າບັນດາສະຫະພັນແຮງງານແຂວງ, ນະຄອນ, ກຳມະບານຂະແໜງສູນກາງພັກ ແລະ ທຽບເທົ່າ. ຫຼາຍຄົນໄດ້ຕັ້ງຄວາມຫວັງວ່າ ກອງປະຊຸມໃຫຍ່ຄັ້ງນີ້ຈະແກ້ໄຂບັນດາຄວາມຫຍຸ້ງຍາກໃນການໜູນຊ່ວຍຜູ້ອອກແຮງງານທີ່ຖຶກຜົນສະທ້ອນຍ້ອນໂລກລະບາດໂຄວິດ-19 ໃນປະຈຸບັນ ແລະ ໃນຈຸດເວລາບັນດາສັນຍາການຄ້າເສລີລຸ້ນໃໝ່ (CPTPP, EVFTA) ໄດ້ລົງນາມເຊິ່ງມີຜົນສະທ້ອນ ແລະ ຜົນກະທົບທີ່ສຳຄັນ ເຖິງການພັດທະນາດ້ານເສດຖະກິດ-ສັງຄົມຂອງປະເທດ. ກອງປະຊຸມໃຫຍ່ແຂ່ງຂັນຮັກຊາດພະນັກງານກຳມະກອນລັດຖະກອນຜູ້ອອກແຮງງານຈະຍ້ອງຍໍສັນລະເສີນແບບຢ່າງກ້າວໜ້າດີເດັ່ນທີ່ສຸດ 10 ຄົນ ແລະ ເລືອກເອົາຜູ້ຕາງໜ້າໃຫ້ແກ່ບັນດາໝູ່ຄະນະ, ສ່ວນບຸກຄົນແບບຢ່າງດີເດັ່ນ 15 ຄົນໄປເຂົ້າຮ່ວມກອງປະຊຸມໃຫຍ່ແຂ່ງຂັນທົ່ວປະເທດຄັ້ງທີ X.

ຕອບກັບ

ຂ່າວ/ບົດ​ອື່ນ