ໄຂກອງປະຊຸມໃຫຍ່ໂຄສະນາອາຊີຄັ້ງທີ28

ໄຂກອງປະຊຸມໃຫຍ່ໂຄສະນາອາຊີຄັ້ງທີ28 - ảnh 1
ສູນກອງປະຊຸມແຫ່ງຊາດ, ບ່ອນຈັດຕັ້ງກອງ​ປະຊຸມ​ໃຫຍ່​ໂຄສະນາ ອາຊີ (AdAsia) ຄັ້ງ​ທີ 28
(ພາບ:An Huy)


(vovworld) – ດ້ວຍ​ຫົວ​ຂໍ້​ວ່າ “ສ້າງ​​ໂຄງ​ປະກອບ​ການ​ສື່ສານ​ໂຄສະນາ​ຄືນ​ໃໝ່”, ກອງ​ປະຊຸມ​ໃຫຍ່​ໂຄສະນາ ອາຊີ (AdAsia) ຄັ້ງ​ທີ 28 ​ໄຂ​ຂຶ້ນ​ໃນ​ຕອນ​ຄຳ່​ວັນ​ທີ 11/11, ຢູ່ ຮ່າ​ໂນ້ຍ. ທ່ານ​ຮອງ​ນາຍົກລັດຖະມົນຕີ ຫງວຽນ​ທ້ຽນ​ເຍີນ, ພ້ອມ​ກັບ​ບັນດາ​ຜູ້ຕາງໜ້າ​ບາງ​ກະຊວງ, ຂະ​ແໜງ​ການ​ຂອງ ຫວຽດນາມ ​ແລະ ຜູ້​ແທນ​ກ່ວາ 400 ທ່ານ​ທີ​່ມາ​ຈາກ​ຫຼາຍ​ປະ​ເທດ ​ແລະ ​ເຂດ​ແຄ້ວ​ນ​ເຊິ່ງ​ແມ່ນສະມາຊິກ​ຂອງສະຫະພັນ​ສະຫະ​ສະມາຄົມ​ໂຄສະນາ ອາຊີ (AFAA) ​ໄດ້​ເຂົ້າ​ຮ່ວມ. ກ່າວ​ຄຳ​ເຫັນ​ທີ່​ພິທີ​ໄຂ, ທ່ານ​ຮອງ​ນາຍົກລັດຖະມົນຕີ ຫງວຽນ​ທ້ຽນ​ເຍີນ ​ເນັ້ນ​ໜັກ​ວ່າ: ປະຈຸ​ບັນ, ຢູ່ ຫວຽດນາມ ມີ​ອົງການ​ສື່ສານ​ນັບ​ຮ້ອຍ​ແຫ່ງ, ຫົວໜ່ວຍ​ດຳ​ເນີນ​ທຸລະ​ກິດ​ບໍລິການ​ໂຄສະນາ​ດ້ວຍ​ບັນດາ​ພາຫະ​ນະ​ທັນ​ສະ​ໄໝ​ນັບ​ພັນ​ແຫ່ງ, ​ໄດ້ປະກອບສ່ວນ​ສຳຄັນ​ເຂົ້າ​ໃນ​ການ​ຊຸກຍູ້​ພື້ນຖານ​ເສດຖະກິດ​ຂອງ ຫວຽດນາມ ​ໃນ​ວິວັດ​ການ​ເຊື່ອມ​ໂຍງ. ພິ​ເສດ, ສະພາ​ແຫ່ງ​ຊາດ ຫວຽດນາມ ຫາ​ກໍ່​ຮັບຮອງ​ເອົາ​ກົດໝາຍ​ວ່າ​ດ້ວຍ​ການ​ໂຄສະນາ​ດ້ວຍ​ຫຼາຍ​ຂໍ້​ກຳນົດທີ່ສະດວກ​ກ່ວາ, ພວມ​ກ້າວ​ເຂົ້າ​ສູ່​ຊີວິດ, ສ້າງ​ກາລະ​ໂອກາດ​ຄວາມສະ​ດວ​ກສະບາຍ​ໃຫ້​ບັນດາ​ນັກ​ລົງທຶນ​​ເຂົ້າ​ຮ່ວມ​ຕະຫຼາດ​ໂຄສະນາ​ຂອງ ຫວຽດນາມ. ດັ່ງ​ນັ້ນ, ສຳລັບ ຫວຽດນາມ ​ແລ້ວ, ກອງ​ປະຊຸມ​ໃຫຍ່​ໂຄສະ​ນາ ອາຊີ ຄັ້ງ​ທີ 28 ​ແມ່ນ​ກາລະ​ໂອກາດ​ທີ່​ດີ​ເພື່ອ​ໃຫ້​ບັນດາ​ອົງການ​ຖະ​ແຫຼ​ງຂ່າວ​ໂຄສະນາ, ບັນດາ​ວິ​ສາ​ຫະກິດ ຫວຽດນາມ ສຳ​ພັດ, ຮ່ວມ​ສຳພັນ, ຮຳ່ຮຽນ ​ແລະ ທ່ວງທັນກັບ​ພື້ນຖານ​ອຸດສາຫະກຳ​ໂຄສະນາ​ທັນ​ສະ​ໄໝ​ຂອງ ອາຊີ ​ແລະ ​ໂລກ.

        ​ໃນ​ຂອບ​ເຂດ AdAsia 2013, ​ແຕ່​ວັນ​ທີ 12 – 14/11, ​ໄດ້​ດຳ​ເນີນ​​ກອງ​ປະຊຸມ​ສຳ​ມະ​ນາສາກົນ​ຄັ້ງ​ຕ່າງໆ ກ່ຽວ​ກັບ​ສະຖານະ​ການ​ເສດຖະກິດ​ທົ່ວ​​ໂລກ​ກັບ​ການ​ສື່ສານ​ໂຄສະນາ.

 

 


ຂ່າວ/ບົດ​ອື່ນ