ໄຂກອງປະຊຸມໜ່ວຍ ປະຕິບັດງານອາຊຽນ ກ່ຽວກັບວຽກງານ ຄຸ້ມຄອງຊັບພະຍາກອນ ນ້ຳຄັ້ງທີ 12

 ໄຂກອງປະຊຸມໜ່ວຍ ປະຕິບັດງານອາຊຽນ ກ່ຽວກັບວຽກງານ ຄຸ້ມຄອງຊັບພະຍາກອນ ນ້ຳຄັ້ງທີ 12 - ảnh 1

ຜູ້​ແທນ​ເຂົ້າຮ່ວມ​ກອງ​ປະຊຸມ

(ພາບ:baoquangninh.com.vn)​

( vovworld ) – ຕ​ອນຊົ້າວັນ​ທີ 25/7,  ຢູ່​ນະຄອນ Ha Long ​ແຂວງ Quang Ninh, ກະຊວງ​ຊັບພະຍາກອນ ​ແລະ ສິ່ງ​ແວດ​ລ້ອມ​ຫວຽດນາມ ​ໄດ້​ສົມທົບ​ກັບ​ຄະນະ​ເລຂາ​ອາ​ຊຽນ ​ຈັດຕັ້ງ “ກອງ​ປະຊຸມ​ໜ່ວຍ​ປະຕິບັດ​ງານ​ອາ​ຊຽນກ່ຽວ​ກັບ​ວຽກ​ງານ​ຄຸ້ມ​ຄອງ​ຊັບພະຍາກອນ​ນ້ຳຄັ້ງທີ 12“. ທີ່​ກອງ​ປະຊຸມ, ​ຜູ້​ແທນບັນດາປະ​ເທດ​ອາ​ຊຽນ​ໄດ້​ປຶກສາ​ຫາລື​ກ່ຽວ​ກັບ “ຂ່າວຄາວປະຕິບັດ​ແຜນການດຳ​ເນີນ​ງານ​ຍຸດ​ທະ​ສາດອາ​ຊຽນກ່ຽວ​ກັບ​ການຄຸ້ມ​ຄອງ​ຊັບພະຍາກອນ​ນ້ຳ“ ​ໂດຍ​ສຸມ​ໃສ່​ບັນດາ​ເນື້ອ​ໃນ​ຄື: ສ້າງ​ລະບົບ​ລາຍ​ງານ ​ແລະ ຄຸ້ມ​ຄອງ​ແຫຼ່ງນຳອາ​ຊຽນ, ຕີ​ລາຄາ​ບັນດາ​ຄວາມ​ສ່ຽງ ​ແລະ ຜົນ​ກະທົບຈາກ​ບັນດາ​ປະກົດ​ການ​ດິນ​ຟ້າ​ອາກາດ​ຮ້າຍ​ແຮງ​ຢູ່​ບັນດາ​ປະ​ເທດ​ອາ​ຊຽນ…ນອກຈາກ​ນັ້ນ​ແລ້ວ, ກອງ​ປະຊຸມ​ຍັງ​ໄດ້ປຶກສາ​ຫາລື​ກ່ຽວ​ກັບ​ບັນດາ​ເຫດການ​ອັນ​ພົ້ນ​ເດັ່ນ​ອື່ນໆຂອງ​ພາກ​ພື້ນ​ໃນ​ຂົ​ງ​ເຂດ​ແຫຼ່ງ​ນ້ຳ​ຄື: ສັບປະດາ​ນ້ຳສາກົນ​ສິງກະ​ໂປ, ກອງ​ປະຊຸມ​ສຸດ​ຍອດ​ສິ່ງ​ແວດ​ລ້ອມ​ສະອາດ​ຄັ້ງທີ 1 ປີ 2012 ຢູ່​ສິງກະ​ໂປ, ກອງ​ປະຊຸມ​ສຸດ​ຍອດ​ອາຊີ-​ປາຊີ​ຟິກຄັ້ງທີ 2… ​ແລະ ສະ​ເໜີ​ທິດ​ທາງ​ການ​ເຄື່ອນ​ໄຫວ​ໃນ​ໄລຍະ​ທີ່​ຈະ​ມາ​ເຖິງ….​ກອງ​ປະຊຸມ​ຈະ​ອັດ​ລົງ​ໃນ​ວັນ​ທີ 27/7 ທີ່​ຈະ​ມາ​ເຖິງ.

 

 

 

 

 

ຂ່າວ/ບົດ​ອື່ນ