ໄຂການຊ້ອມຮົບກອງທັບເຮືອ“DeepSaber2016”ຢູ່ສິງກະໂປ

ໄຂການຊ້ອມຮົບກອງທັບເຮືອ“DeepSaber2016”ຢູ່ສິງກະໂປ - ảnh 1
ທ່ານ Maliki Osman ລັດຖະມົນຕີ​ຮັບຜິດ
ຊອບ​ກະຊວງ​ປ້ອງ​ກັນ​ປະ​ເທດ ສິງກະ​​ໂປ
(ພາບ: Straits Times)

(vovworld) - ສິງກະ​ໂປ ​ໄດ້​ຈັດ​ຕັ້ງ​ພິທີ​ໄຂ​ການ​ຊ້ອມ​ຮົ​ບກອງທັບ​ເຮືອ​ທີ່​ມີ​ຊື່​ລັບວ່າ “Deep Sabre 2016” ຢູ່ກອງ​ບັນຊາ​ການ ​ແລະ ສູນຄວບ​ຄຸມ Changi. ການ​ຊ້ອມ​ຮົບ​ໃນ​ປີ​ນີ້ ດຳ​ເນີນ​ໃນ​ລະຫວ່າງ​ວັນ​ທີ 27 – 30/09 ດ້ວຍ​ການ​ເຂົ້າ​ຮ່ວມ​ຂອງພົນທະຫານ 800 ຄົນ​ທີ່​ມາ​ຈາກ 21 ປະ​ເທດ​ຄື: ອົດສະ​ຕາ​ລີ, ກາ​ນາ​ດາ, ຝະລັ່ງ, ອາ​ເມ​ລິ​ກາ, ​ເຢຍລະ​ມັນ, ຍີ່ປຸ່ນ, ລັດ​ເຊຍ ​ແລະ ອື່ນໆ. ກ່າວ​ຄຳ​ເຫັນ​ທີ່​ພິທີ​ໄຂ ທ່ານ Maliki Osman ລັດຖະມົນຕີ​ຮັບຜິດຊອບ​ກະຊວງ​ປ້ອງ​ກັນ​ປະ​ເທດ ສິງກະ​​ໂປ ​ເນັ້ນ​ໜັກ​ວ່າ ການສູ້ຮົບ​ຕ້ານ​ແຜ່​ຂະຫຍາຍອາວຸດ​ລ້າງ​ຜານ ​ແມ່ນຕ້ອງ​ມີ​ການ​ສົມທົບ​ຂອງ​ບັນດາ​ອົງການ​ລັດຖະບານ​ທັງ​ໝົດ. ຕາມ​ທ່ານ Osman ​ແລ້ວ, ​ເລື່ອງ​ຫລາຍ​ປະ​ເທດ​ເຂົ້າ​ຮ່ວມ​ການ​ຊ້ອມ​ຮົບ​ນີ້ ​ແມ່ນ​ສານກ່າວ​​ເຕືອນຢ່າງ​ແຮງ​ທີ່​ສົ່ງ​ເຖິງ​ບັນດາ​ບຸກຄົນ, ອົງການ​ກໍ່​ການ​ຮ້າຍທີ່​ມີ​​ເຈດ​ຈຳນົງນຳ​ໃຊ້ອາວຸດ​ລ້າງ​ຜານ.

ຂ່າວ/ບົດ​ອື່ນ