ໄຂ​ການ​ວັນ​ບຸນເພື່ອ​ສຸ​ຂະ​ພາບ ຟູດົງ ທົ່ວ​ປະ​ເທດຄັ້ງ​ທີ X ດ້ວຍ​ຂອບ​ຂະ​ໜາດ​ໃຫຍ່​ທີ່​ສຸດ​ນັບ​ແຕ່​ກ່ອນ​ມາ​ຮອດ​ປັດ​ຈຸ​ບັນ

(VOVWORLD) - ວັນບຸນແມ່ນເພື່ອແນໃສ່ຄົ້ນພົບ, ບຳລຸງສ້າງຜູ້ມີຄວາມສາມາບົ່ມຊ້ອນດ້ານກິລາກາຍຍະກຳ ໃຫ້ແກ່ປະເທດຊາດ, ແມ່ນໂອກາດເພື່ອເຂົ້າຮ່ວມແຂ່ງຂັນຂອງ ນັກຮຽນທີ່ມີຄວາມສາມາດດ້ານກິລາ ທົ່ວປະເທດ
ໄຂ​ການ​ວັນ​ບຸນເພື່ອ​ສຸ​ຂະ​ພາບ ຟູດົງ ທົ່ວ​ປະ​ເທດຄັ້ງ​ທີ X ດ້ວຍ​ຂອບ​ຂະ​ໜາດ​ໃຫຍ່​ທີ່​ສຸດ​ນັບ​ແຕ່​ກ່ອນ​ມາ​ຮອດ​ປັດ​ຈຸ​ບັນ - ảnh 1ພິທີໄຂວັນບຸນ (ພາບ: TTXVN)

ພິທີໄຂວັນບຸນເພື່ອສຸຂະພາບ ຟູດົງທົ່ວປະເທດຄັ້ງທີ X ປີ 2024 ດ້ວຍຫົວຂໍ້ “ຊາວໜຸ່ມ ຟູດົງ - ກ້າວໄປສູ່ອະນາຄົດຢ່າງໝັ້ນແກ່ນ” ໄດ້ໄຂຂຶ້ນໃນຕອນຄ່ຳວັນທີ 28 ກໍລະກົດ, ຢູ່ສະໜາມກິລາ ແລກໄຈ, ນະຄອນຫ໋າຍຝ່ອງ ດ້ວຍການເຂົ້າຮ່ວມຂອງທ່ານຮອງນາຍົກລັດຖະມົນຕີ ຫວຽດນາມ ເລແທັງລອງ.

ກ່າວຄຳເຫັນໄຂວັນບຸນ, ທ່ານ ຫງວຽນກິມເຊີນລັດຖະມົນຕີກະຊວງສຶກສາ ແລະ ບຳລຸງສ້າງ ຫວຽດນາມ ເນັ້ນໜັ້ກວ່າ ວັນບຸນແມ່ນເພື່ອແນໃສ່ຄົ້ນພົບ, ບຳລຸງສ້າງຜູ້ມີຄວາມສາມາບົ່ມຊ້ອນດ້ານກິລາກາຍຍະກຳ ໃຫ້ແກ່ປະເທດຊາດ, ແມ່ນໂອກາດເພື່ອເຂົ້າຮ່ວມແຂ່ງຂັນຂອງ ນັກຮຽນທີ່ມີຄວາມສາມາດດ້ານກິລາ ທົ່ວປະເທດ, ພ້ອມທັງແມ່ນໂອກາດເພື່ອໃຫ້ບັນດາແຂວງ, ນະຄອນພັດທະນາຜູ້ມີຄວາມສາມາດດ້ານກິລາໃຫ້ແກ່ທ້ອງຖິ່ນ. ພາຍຫຼັງການຈັດຕັ້ງມາເປັນ 10 ຄັ້ງ ແລະ ຜ່ານ 40ປີ, ວັນບຸນເພື່ອສຸຂະພາບ ຟູດົງທົ່ວປະເທດປີ 2024 ແມ່ນງານມະຫາກຳກິລານັກຮຽນທີ່ມີຂອບຂະໜາດ ໃຫຍ່ທີ່ສຸດນັບແຕ່ກ່ອນມາຮອດປັດຈຸບັນ. ທ່ານ ຫງວຽນກິມເຊີນ ໄດ້ມອບໝາຍໜ້າທີ່ໃຫ້ແກ່ບັນດານັກກິລາ, ນັກຮຽນ, ກຳມະການ ແລະ ຄະນະຈັດຕັ້ງ ຮັບປະກັນວັນບຸນດັ່ງກ່າວໄດ້ດຳເນີນໄປດ້ວຍຄວາມປອດໄພ, ດ້ວຍຈິດໃຈກ້າຫານ, ສູງສົ່ງ ແລະ ດ້ວຍຈິດໃຈສຶກສາອົບຮົມຢູ່ລະດັບສູງທີ່ສຸດ.

ຕອບກັບ

ຂ່າວ/ບົດ​ອື່ນ