ໄຂການເຈລະຈາລະຫວ່າງອິນເດຍ - ອາຊຽນ ຄັ້ງທີ 5 ຢູ່ New Delhi

ໄຂການເຈລະຈາລະຫວ່າງອິນເດຍ - ອາຊຽນ ຄັ້ງທີ 5 ຢູ່ New Delhi - ảnh 1
ການ​ເຈລະຈາ​ປະຈຳ​ປີ​ລະຫວ່າງ​ອິນ​ເດຍ - ASEAN ຄັ້ງ​ທີ 5
(ພາບ: vietnamplus.vn)
(vovworld) - ການ​ເຈລະຈາ​ປະຈຳ​ປີ​ລະຫວ່າງ​ອິນ​ເດຍ - ສະຫະ​ສະມາຄົມ​ປະຊາ​ຊາດ​ອາຊີ​ຕາ​ເວັນ​ອອກສຽງ​ໃຕ້ (ASEAN) ຄັ້ງ​ທີ 5 ​ໄດ້​ໄຂ​ຂຶ້ນ​ໃນ​ວັນ​ທີ 19/02, ຢູ່​ນະຄອນຫຼວງ New Delhi, ປະ​ເທດ​ອິນ​ເດຍ. ຄະນະ​ຜູ້​ແທນ​ຫວຽດນາມ ​ໂດຍ​ທ່ານ​ຮອງ​ລັດຖະມົນຕີ​ການ​ຕ່າງປະ​ເທດ ຟ້າ​ມກວາງ​ວິ​ງ ນຳ​ໜ້າ ​ໄດ້​ເຂົ້າ​ຮ່ວມ​ການ​ເຈລະຈາ. ​ໃນ​ການ​ເຮັດ​ວຽກ​ເປັນ​ເວລາ 2 ວັນ, ການ​ເຈລະຈາ​ລະຫວ່າງ​ອິນ​ເດຍ - ອາ​ຊຽນ ຄັ້ງ​ທີ 5 ​ໄດ້​ສຸມ​ໃສ່​ປຶກສາ​ຫາລື​ບັນດາ​ຫົວ​ຂໍ້ “ຮ່ວມ​ມື​ປ້ອງ​ກັນ​ຄວາມ​ສະຫງົບ​ລະຫວ່າງ​ອີນ​ເດຍ - ອາ​ຊຽນ: ກ້າວ​ໄປ​ເຖິງ​ສັນຕິພາບ ​ແລະ ສະຖຽນ​ລະ​ພາບ”, “ການ​ຮ່ວມ​ມື​ລະຫວ່າງ​ບັນດາ​ປະ​ເທດ​ກຳປູ​ເຈຍ, ລາວ, ມຽນມາ, ຫວຽດນາມ ​ແລະ ​ເຂດທາງ​ທິດຕາ​ເວັນ​ອອກ​ສຽງ​ເໜືອ​ອີນ​ເດຍ: ບັນດາ​ກາລະ​ໂອກາດ ​ແລະ ສິ່ງ​ທ້າ​ທາຍ”, “​ເປີດ​ກວ້າງ​ບັນດາ​ເຄືອ​ຂ່າຍ​ຜ່ານ​ການ​ເຊື່ອມ​ຕໍ່: ທາງບົກ, ທາງ​ທະ​ເລ ​ແລະ ທາງ​ອາກາດ”. ທ່ານ​ລັດຖະມົນຕີ​ການ​ຕ່າງປະ​ເທດ​ອີນ​ເດຍ Salman Khurhid ​​ເນັ້ນ​ໜັກ​ວ່າ ຫົວ​ຂໍ້​ຂອງ​ການ​ເຈລະຈາ​ຄັ້ງ​ນີ້​ແມ່ນ “ອິນ​ເດຍ - ອາ​ຊຽນ: ວິ​ໄສ​ທັດ​ກ່ຽວ​ກັບ​ຄູ່​ຮ່ວມ​ມື ​ແລະ ຄວາມວັດທະນາ​ຖາວອນ” ​ໄດ້ຊີ້​ແຈ້ງ​ຄວາມ​ປາດ​ຖະໜາລວມຂອງ​ອິນ​ເດຍ ​ແລະ ອາ​ຊຽນ ​ໃນ​ການ​ຍູ້​​ແຮງ​ການ​ພົວພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ເພື່ອ​ສັນຕິພາບ, ຄວາມ​ກ້າວໜ້າ ​ແລະ ວັດທະນາ​ຖາວອນ​ລວມ. ທີ່​ການ​ເຈລະຈາ, ທ່ານ​ເລຂາທິກ​ານ​ໃຫຍ່​ອາ​ຊຽນ ​ເລ​ເລືອ​ງມິ​ງ ​ໄດ້​ສະ​ເໜີ​ໃຫ້​ບັນດາ​ເຈົ້າ​ໜ້າ​ທີ່​ອາ​ຊຽນ ​ແລະ ອີນ​ເດຍ ດຳ​ເນີນ​ການ​ຕີ​ລາຄາ​ໄລຍະ​ກາງ​ກ່ຽວ​ກັບ​ການ​ປະຕິບັດ​ແຜນການ​ເຄື່ອ​ນ​ໄຫວ ​ແລະ ວິວັດ​ການ​ເຄື່ອນ​ໄຫວ​ລວມ​ແຕ່​ນີ້ຮອດ​ປີ 2015.
ຂ່າວ/ບົດ​ອື່ນ