ໄຂການເສັງຜູ້ມີຄວາມເກັ່ງກ້າສາມາດໜຸ່ມດ້ານດົນຕີທົ່ວປະເທດ2016

ໄຂການເສັງຜູ້ມີຄວາມເກັ່ງກ້າສາມາດໜຸ່ມດ້ານດົນຕີທົ່ວປະເທດ2016 - ảnh 1
ຄະ​ນະ​ຈັດ​ຕັ້ງ​ລາຍ​ການ

(vovworld) –  ​ຕອນ​ຄ່ຳ​ວັນ​ທີ 28/11, ຢ​ູ່ ຮ່າ​ໂນ້ຍ, ໄດ້​ໄຂ​ການ​ເສັງຜູ້​ມີ​ຄວາມ​ເກັ່ງ​ກ້າ​ສາ​ມາດ​ດ້ານ​ດົນ​ຕີ​ທົ່ວ​ປະ​ເທດ 2016. ດ້ວຍ​ຜູ້​ເຂົ້າ​ຮ່​ວມສອບ​ເສັງ​ກ່​ວາ 60 ຄົນ​​ໃນ​ທົ່ວ​ປະ​ເທດ​, “ການ​ເສັງ​ຄວາມ​ສາ​ມາ​ດ​ບົ່ມ​ຊ້ອນ​ດ້ານ​ດົນ​ຕີ​ທົ່ວ​ປະ​ເທດ - 2016” ເພື່ອ​ແນ​ໃສ່​ຊອກ​ຫາ​ຜູ້​ມີ​ຄວາມ​ເກັ່ງ​ກ້າ​ສາ​ມາດ, ສົ່ງ​ເສີມ, ລະ​ດົມ​ກຳ​ລັງ​ໃຈ ແລະ ເຊີດ​ຊູ​ບັນ​ດາ​ນັກ​ນັກ​ສິ​ລະ​ປິນ​ໜຸ່ມ​ມີ​ການ​ປະ​ກອບ​ສ່ວນຫຼາຍ​ຢ່າງ​ສຳ​ລັບ​ສິ​ລະ​ປະ​ດົນ​ຕ​ີ. ນີ້ກໍ່​ແມ່ນ​ໂອ​ກາດ​ເພື່ອ​ໃຫ້​ບັນ​ດາ​ນັກ​ສິ​ລະ​ປິນ​ໄດ້​ພົບ​ປະ, ແລກ​ປ່ຽນ, ຮ່ຳ​ຮຽນ​ເຊິ່ງ​ກັນ ແລະ ກັນ​ກ່ຽວ​ກັບ​ທຸກໆ​ດ້ານ​ໃນ​ວິ​ວັດ​ການ​ເຄື່ອນ​ໄຫວ​ສິ​ລະ​ປະ. ທ່ານ ເວືອງ​ຢູຍ​ບຽນ, ຮອງ​ລັດ​ຖະ​ມົນ​ຕີ​ກະ​ຊວງວັດ​ທະ​ນະ​ທຳ, ກິ​ລາ ແລະ ທ່ອງ​ທ່ຽວ, ໃຫ້​ຮູ້​ວ່າ:

        “ຮ້ອງ​ເພງ​ແມ່ນ​ສິ​ລ​ະ​ປະ​ມະ​ຫາ​ຊົນ, ແມ່ນ​ປະ​ເພດ​ສິ​ລະ​ປະ​ສະ​ຫງວນ​ໃຫ້​ທຸກໆ​ຄົນ, ແຕ່​ຮ້ອງ​ເພງກໍ່​ຮຽກ​ຮ້ອງ​ໃຫ້​ນັກ​ສິ​ລະ​ປິນ​ຕ້ອງ​ອອກ​ແຮງ​ຝຶກ​​ຝົມ​ເປັນ​ເວ​ລາຫຼາຍ​ປີ​ໃນ​ໂຮງ​ຮຽນ, ແລະ ​ຄ່ອຍເຕີບ​ໃຫຍ່​ຂຶ້ນ​ໃນ​ເວ​ທີ​ສະ​ແດງ​ຈຶ່ງ​ສາ​ມາດ​ບັນ​ລຸ​ໄດ້​ບັນ​ດາ​ຜົນ​ງານ​,​ ເຊິ່ງມະ​ຫາ​ຊົນ​ຮັບ​ຮູ້. ຂ້າ​ພະ​ເຈົ້າ​ຫວັງ​ວ່າ, ນີ້​ຈະ​ແມ່ນ​​ບັນ​ດາການ​ທ້າ​ທາຍ​ທຳ​ອິດ​ໃນ​ເສັ້ນ​ທາງ​ບັນ​ລຸ​​ສຸດຈຸດຍອດ​​ເຊິ່ງ​ສິ​ລະ​ປະ​ຂອງ​ພວກ​ນ້ອງ, ບັນ​ດາ​ນັກ​ສິ​ລະ​ປິນ​ດົນ​ຕີ​ໜຸ່ມ​ຈະ​ຜ່ານ​ຜ່າ, ຮັບ​ເອົາ​ບັນ​ດາ​ບົດ​ຮຽ​ນ​ ແລະ ເກັບ​​ກ່ຽວໄດ້​ຫຼາຍຜົນ​ງານ​ກ່​ວາ​ອີກ”


ຂ່າວ/ບົດ​ອື່ນ