ໄຂການແຂ່ງຂັນຊ່ວງເຮືອໃບ RS:One ຊິງຊະນະເລີດໂລກຄັ້ງທີ 6

(VOVWORLD) - ນີ້ແມ່ນການເຄື່ອນໄຫວໃນຂອບເຂດ Festival ມໍຣະດົກ ກວາງນາມ 2017.
ໄຂການແຂ່ງຂັນຊ່ວງເຮືອໃບ RS:One ຊິງຊະນະເລີດໂລກຄັ້ງທີ 6 - ảnh 1 ພາບປະກອບ

ຕອນຄ່ຳວັນທີ 11 ມິຖຸນາ, ຢູ່ຫາດຊາຍທະເລ ອານບາງ, ນະຄອນ ໂຫ້ຍອານ, ແຂວງ ກວາງນາມ ໄດ້ໄຂແຂ່ງຂັນຊ່ວງເຮືອໃບ RS:One ຊິງຊະນະເລີດໂລກຄັ້ງທີ 6 ແລະ ການແຂ່ງຂັນຊ່ວງເຮືອໃບ ຫວຽດນາມ ເປີດກ້ວາງ ປີ 2017 ໂດຍສະຫະພັນຊ່ວງເຮືອ ຫວຽດນາມ ສົມທົບກັບພະແນກວັດທະນະທຳ ກິລາ ແລະ ທ່ອງທ່ຽວແຂວງ ກວາງນາມ, ສະຫະສະມາຄົມສະກິນ້ຳສາກົນ (IWA) ຈັດຕັ້ງ. ນີ້ແມ່ນການເຄື່ອນໄຫວໃນຂອບເຂດ Festival ມໍຣະດົກ ກວາງນາມ 2017. ນີ້ກໍ່ແມ່ນຄັ້ງທຳອິດ ຫວຽດນາມ ເປັນເຈົ້າພາບຈັດຕັ້ງ 2 ເຫດການກິລາຂະໜາດໃຫຍ່ຄືແນວນີ້, ດ້ວຍນັກກິລາ 93 ຄົນທີ່ມາຈາກ 21 ປະເທດ ແລະ ເຂດແຄ້ວນ ໃນໂລກເຂົ້າຮ່ວມ. ທ່ານ ຫງວຽນຫາຍເດື່ອງ, ເລຂາທິການໃຫຍ່ສະຫະພັນຊ່ວງເຮືອ ຫວຽດນາມ, ໃຫ້ຮູ້ວ່າ:

        “ດ້ວຍຄວາມສາມາດບົ່ມຊ້ອນແມ່ນມີຝັ່ງທະເລຍາວຢຽດ, ກ້ວາງ ແລະ ງາມ, ບັນດາການເຄື່ອນໄຫວກ່ຽວກັບການຊ່ວງເຮືອກິລາ, ພິເສດແມ່ນກິລາປະເພດຊ່ວງເຮືອໃນການແຂ່ງຂັນ Olympic ນີ້ ເກືອບຄືວ່າ ບໍ່ທັນມີຢູ່ ຫວຽດນາມ. ສະຫະພັນຊ່ວງເຮືອອາຊີຕາເວັນອອກສ່ຽງໃຕ້ ແລະ ອາຊີ ພວມສົ່ງເສີມ ຫວຽດນາມ ພັດທະນາກິລາປະເພດ ນີ້. ກ່ອນອື່ນໝົດ, ແມ່ນເຂົ້າຮ່ວມ Sea Games ແລະ ASIAD ປີ 2018.”

ຕອບກັບ

ຂ່າວ/ບົດ​ອື່ນ