ໄຂການແຂ່ງຂັນບານເຕະ futsalt HDBank ຊີງຊະນະເລີດອາຊີຕາເວັນອອກສ່ຽງໃຕ້ 2019

(VOVWORLD) -ນີ້ເປັນຄັ້ງທີ 2 ຢ່າງລຽນຕິດ, ວິທະຍຸກະຈາຍສຽງ ຫວຽດນາມ ສົມທົບກັບສະຫະພັນບານເຕະ ຫວຽດນາມ, ສະຫະພັນບານເຕະ ອາຊີຕາເວັນອອກສ່ຽງໃຕ້, ຈັດຕັ້ງການແຂ່ງຂັນສຸດຍອດຂອງ futsal ພາກພື້ນ.
ໄຂການແຂ່ງຂັນບານເຕະ futsalt HDBank ຊີງຊະນະເລີດອາຊີຕາເວັນອອກສ່ຽງໃຕ້ 2019 - ảnh 1 ທ່ານ ຫງວຽນເທ໊ກີ, ຜູ້ອຳນວຍການໃຫຍ່ວິທະຍຸກະຈາຍສຽງ ຫວຽດນາມ ທີ່ພິທີໄຂ

ຕອນຄ່ຳວັນທີ 21 ຕຸລາ, ທີ່ຫໍແຂ່ງຂັນກິລາ ຝູເທາະ, ນະຄອນ ໂຮ່ຈີມິນ ໄດ້ດຳເນີນພິທີໄຂການແຂ່ງຂັນບານເຕະ futsal HDBank ຊີງຊະນະເລີດອາຊີຕາເວັນອອກສ່ຽງໃຕ້ 2019 (AFF HDBank Futsal Championship). ກ່າວຄຳເຫັນທີ່ພິທີໄຂ, ທ່ານ ຫງວຽນເທ໊ກີ, ຜູ້ອຳນວຍການໃຫຍ່ວິທະຍຸກະຈາຍສຽງ ຫວຽດນາມ ໃຫ້ຮູ້ວ່າ: ນີ້ເປັນຄັ້ງທີ 2 ຢ່າງລຽນຕິດ, ວິທະຍຸກະຈາຍສຽງ ຫວຽດນາມ ສົມທົບກັບສະຫະພັນບານເຕະ ຫວຽດນາມ, ສະຫະພັນບານເຕະ ອາຊີຕາເວັນອອກສ່ຽງໃຕ້, ຈັດຕັ້ງການແຂ່ງຂັນສຸດຍອດຂອງ futsal ພາກພື້ນ.

        ການແຂ່ງຂັນບານເຕະ futsal HDBank ຊີງຊະນະເລີດອາຊີຕາເວັນອອກສ່ຽງໃຕ້ 2019 ມີ 8 ທິມບານເຕະເຂົ້າຮ່ວມ, ແບ່ງເປັນ 2 ສາຍ A ແລະ B, ແຂ່ງຂັນແຕ່ວັນທີ 21 ຫາວັນທີ 27 ຕຸລາ. ນີ້ກໍ່ແມ່ນໂອກາດເພື່ອໃຫ້ບັນດາທິມບານເຕະສູ້ຊົນ ເພື່ອເລືອກເອົາ 3 ທິມທີ່ມີຜົນງານດີເດັ່ນທີ່ສຸດ ຕາງໜ້າໃຫ້ພາກພື້ນອາຊີຕາເວັນອອກສ່ຽງໃຕ້ເຂົ້າຮ່ວມຮອບຊີງຊະນະເລີດ futsal ອາຊີ 2020 ຈັດຕັ້ງຢູ່ ຕັດຈິກິດສະຖຽນ. ທີ່ນັດທຳອິດ, ທິມຊາດ futsal ຫວຽດນາມ ຍາດໄດ້ໄຊຊະນະຕໍ່ ອົດສະຕາລີ ດ້ວຍ 2 ປະຕູຕໍ່ 0. 

ຕອບກັບ

ຂ່າວ/ບົດ​ອື່ນ