ໄຂການແຂ່ງຂັນບານເຕາະຊາວໜຸ່ມຫວຽດນາມຢູ່ລາວ

ໄຂການແຂ່ງຂັນບານເຕາະຊາວໜຸ່ມຫວຽດນາມຢູ່ລາວ - ảnh 1
(ໄຂການແຂ່ງຂັນບານເຕາະຊາວໜຸ່ມຫວຽດນາມຢູ່ລາວ)

(vovworld) - ຕອນ​ບ່າຍ​ວັນ​ທີ 29/11, ຢູ່​ນະຄອນຫຼວງ​ວຽງ​ຈັນ, ປະ​ເທດ​ລາວ ​ໄດ້​ດຳ​ເນີນພິທີ ໄຂ​ການ​ແຂ່ງຂັນ​ບານ​ເຕາະ​ຊາວ​ໜຸ່ມ​ຫວຽດນາມ​ຢູ່​ລາວ ຊິງ​ຂັນ​ວຽງ​ຈັນ​ຄັ້ງ​ທີ 2. ​ເຂົ້າ​ຮ່ວມ​ການ​ແຂ່ງຂັນ​ມີ 12 ທິມ ທີ່​ມາ​ຈາກ​ບັນດາ​ບໍລິສັດ, ​ໂຮງໝໍ, ​ໂຮ​ງຮຽນ ທີ່​ມີ​ຊາວ​ໜຸ່ມ​ຫວຽດນາມ​ເຮັດ​ວຽກ ​ແລະ ຮຳ່ຮຽນ​ເປັນ​ຈຳນວນ​ຫຼວງ​ຫຼາຍ​ເຊັ່ນ FC ວຽງ​ຈັນ, FC ​ເງ້ຕິງ, FC ​ໂຮງໝໍ​ຮ່າ​ໂນ້ຍ - ວຽງ​ຈັນ. ການ​ແຂ່ງຂັນ​ດຳ​ເນີນ​ແຕ່​ນີ້​ເຖິງ​ວັນ​ທີ 7/12. ການ​ແຂງ​ຂັນ​ຖືກ​ຈັດ​ຕັ້ງ​ເພື່ອສ້າງ​ກອງ​ທຶນ​​ກຸສົນ, ​ແນ​ໃສ່​ມອບ​ໃຫ້​ບັນດາ​ຄອບຄົວ​ຊາວ​ຫວຽດນາມ ທີ່​ປະສົບ​ຄວາມ​ຫຍຸ້ງຍາກ​ຢູ່​ນະຄອນຫຼວງ​ວຽງ​ຈັນ ກໍ່​ຄື ບັນດາ​ສູນ​ລ້ຽງ​ດູ​ເດັກ​ພິການ​ໃນ​ນະຄອນຫຼວງ​ວຽງ​ຈັນ.

ຂ່າວ/ບົດ​ອື່ນ