ໄຂຄ້າຍປະພັນເພງຂ່ຳນັບພິທີສະເຫຼີມສະຫຼອງ 70 ປີແຫ່ງໄຊຊະນະດ້ຽນບຽນຝູ

(VOVWORLD) - ການເຄື່ອນໄຫວນີ້ຈະຈັດຂຶ້ນຮອດວັນທີ 28 ມີນາ, ຄ້າຍປະພັນແພງແມ່ນການເຄື່ອນໄຫວເພື່ອແນໃສ່ຕອບບຸນແທນຄຸນການເສຍສະຫຼະຊີວິດຂອງທະຫານ ແລະ ປະຊາຊົນ ຫວຽດນາມ ຢ່າງເລິກເຊິ່ງ; ເຊີດຊູການປະກອບສ່ວນອັນໃຫຍ່ຫຼວງຂອງຊາວ ຫວຽດນາມ ລຸ້ນຕ່າງໆ...
ໄຂຄ້າຍປະພັນເພງຂ່ຳນັບພິທີສະເຫຼີມສະຫຼອງ 70 ປີແຫ່ງໄຊຊະນະດ້ຽນບຽນຝູ - ảnh 1ພິທີໄຂຈັດຂຶ້ນໃນວັນທີ 22 ມີນາ
(ພາບ: VOV)

ວັນທີ 22 ມີນາ, ຢູ່ນະຄອນ ຮ້າລອງ, ແຂວງ ກ໋ວາງນິງ, ສະມາຄົມນັກປະພັນດົນຕີ ຫວຽດນາມ ໄດ້ໄຂຄ້າຍປະພັນຂ່ຳນັບພິທີສະເຫຼີມສະຫຼອງ 70 ປີແຫ່ງວັນໄຊຊະນະດ້ຽນບຽນຝູ (7/5/1954 – 7/5/2024). ການເຄື່ອນໄຫວນີ້ຈະຈັດຂຶ້ນຮອດວັນທີ 28 ມີນາ, ຄ້າຍປະພັນແພງແມ່ນການເຄື່ອນໄຫວເພື່ອແນໃສ່ຕອບບຸນແທນຄຸນການເສຍສະຫຼະຊີວິດຂອງທະຫານ ແລະ ປະຊາຊົນ ຫວຽດນາມ ຢ່າງເລິກເຊິ່ງ; ເຊີດຊູການປະກອບສ່ວນອັນໃຫຍ່ຫຼວງຂອງຊາວ ຫວຽດນາມ ລຸ້ນຕ່າງໆ ໃນພາລະກິດແຫ່ງການສ້າງສາປະເທດຊາດດ້ວຍນ້ຳໃຈ “ໄຊຊະນະດ້ຽນບຽນຝູ - ກຳລັງແຮງ ຫວຽດນາມ, ຂອບຂະໜາດຍຸກສະໄໝ”. ທ່ານຮອງສາດສະດາຈານ, ປອ, ນັກດົນຕີ ໂດ໋ຮົ່ງກວັນ, ປະທານຄະນະກຳມະການ ສະຫະພັນບັນດາສະມາຄົມວັນນະຄະດີສິລະປະ ຫວຽດນາມ, ຖືວ່າ:

        “ເພື່ອແຕ່ງບັນດາຜົນງານໃນໄລຍະສັ້ນ, ສະມາຄົມນັກດົນຕີ ຫວຽດນາມ ໄດ້ສົມທົບກັບບັນດາຫົວໜ່ວຍ ສະມາຄົມວັນນະຄະດີສິລະປະຢູ່ 63 ແຂວງ, ນະຄອນ ຂົນຂວາຍບັນດາອ້າຍ, ເອື້ອຍ, ນ້ອງປະຕິບັດວຽກງານການປະດິດແຕ່ງທຳນອງດົນຕີເຂົ້າຮ່ວມ. ພວກຂ້າພະເຈົ້າຈະມີການສະຫລຸບໃນເດືອນ ພືດສະພາ ໃນຂອບເຂດທົ່ວປະເທດ ກໍ່ຄືຢູ່ໃນບັນດາພາຫະນະສື່ມວນຊົນ…”

ຕອບກັບ

ຂ່າວ/ບົດ​ອື່ນ