ໄຂຄ້າຍພັກແລ້ງຊາວໜຸ່ມ, ນັກອາສາສະໝັກສະພາກາແດງທົ່ວປະເທດ

(VOVWORLD) - ເຂົ້າຮ່ວມລາຍການມີຜູ່ແທນກວ່າ 500 ຄົນໃນທົ່ວປະເທດ ແລະ ບັນດາຜູ້ແທນມາຈາກສາພາກາແດງ ແລະ ຊີກວົງເດືອນແດງແຫ່ງຊາດ, ຄື: ລາວ, ກຳປູເຈຍ, ຈີນ, ໄທ, ອິນໂດເນເຊຍ...
ໄຂຄ້າຍພັກແລ້ງຊາວໜຸ່ມ, ນັກອາສາສະໝັກສະພາກາແດງທົ່ວປະເທດ - ảnh 1(ພິທີໄຂຄ້າຍພັກແລ້ງ)
  ຕອນຄ່ຳວັນທີ 13 ສິງຫາ, ຢູ່ນະຄອນທະເລ ຍາຈາງ, ແຂວງ ແຄງຮ່ວາ ໄດ້ໄຂຄ້າຍພັກແລ້ງຊາວໜຸ່ມ, ນັກອາສາສະໝັກສະພາກາແດງທົ່ວປະເທດຄັ້ງທີ 6 ປີ 2024, ດ້ວຍຫົວຂໍ້ “ອາສາສະໜັກສີຂຽວ - ເພື່ອປະຊາຄົມປອດໄພ, ເມັດຕາປານີ”.

        ເຂົ້າຮ່ວມລາຍການມີຜູ່ແທນກວ່າ 500 ຄົນໃນທົ່ວປະເທດ ແລະ ບັນດາຜູ້ແທນມາຈາກສາພາກາແດງ ແລະ ຊີກວົງເດືອນແດງແຫ່ງຊາດ, ຄື: ລາວ, ກຳປູເຈຍ, ຈີນ, ໄທ, ອິນໂດເນເຊຍ, ມາເລເຊຍ, ສິງກະໂປ, ຍີ່ປຸ່ນ, ສ.ເກົາຫຼີ. ເຫດການໄດ້ຈັດຂຶ້ນແຕ່ວັນທີ 13 – 15 ສິງຫາ.

        ກ່າວຄຳເຫັນທີ່ພິທີໄຂ, ທ່ານນາງ ບຸຍທິຮ່ວາ, ປະທານສະພາກາແດງ ຫວຽດນາມ ໄດ້ຮຽກຮ້ອງໃຫ້ຊາວໜຸ່ມ ພ້ອມແລ້ວບືນຕົວຂຶ້ນຜ່ານຜ່າຄວາມຫຍຸ້ງຍາກ, ປະດິດຄິດສ້າງ ແລະ ນຳໜ້າ, ເຊື່ອມຕໍ່ກຳລັງແຮງຂອງເຄືອຂ່າຍຊາວໜຸ່ມ, ນັກອາສາສະໝັກສະພາກາແດງຢູ່ແຕ່ລະທ້ອງຖິ່ນ, ໃນທົ່ວປະເທດ ແລະ ເຊື່ອມຕໍ່ກັບເຄືອຂ່າຍຊາວໜຸ່ມ, ນັກອາສາສະໝັກສະພາກາແດງຢູ່ພາກພື້ນ ແລະ ທົ່ວໂລກຢ່າງມີປະສິດທິຜົນ.

        ທີ່ຄ້າຍພັກແລ້ງຄັ້ງນີ້, ບັນດາຊາວໜຸ່ມ, ນັກອາສາສະໝັກກາແດງເຂົ້າຮ່ວມການເຄື່ອນໄຫວທີ່ມີຄວາມໝາຍແທດຈິງຫຼາຍຢ່າງ, ພົບປະແລກປ່ຽນ, ແບ່ງປັນ, ຖອດຖອນບົດຮຽນ, ຮູບແບບການເຄື່ອນໄຫວຂອງຊາວໜຸ່ມ, ນັກອາສາສະໝັກກາແດງ… ອ້າຍ ຫວໍວັນເຕື່ອງ, ສະມາຊິກສະໂມສອນອາສາສະໝັກ ເລິມດົ່ງ, ເຂົ້າຮ່ວມຄ້າຍພັກແລ້ງ, ໃຫ້ຮູ້ວ່າ:

        “ພວກເຮົາທຸກໆຄົນຜູ້ໃດກໍ່ມີຄວາມຮັກແພງ. ແລະຄວາມປິຕິຊົມຊື່ນໃຫຍ່ສຸດ ແລະ ຜາສຸກທີ່ສຸດຂອງພວກເຮົາແມ່ນ ນຳຄວາມຮັກແພງນີ້ມາສູ່ຜູ້ທີ່ຍັງປະສົບກັບຄວາມຫຍຸ້ງຍາກຫຼາຍຢ່າງ”.

ຕອບກັບ

ຂ່າວ/ບົດ​ອື່ນ