ໄຂງານ Festival ດອກໄມ້ດ່າລາດ

(VOVWORLD) -Festival ດອກໄມ້ດ່າລາດ ຄັ້ງທີ 7 ດ້ວຍຫົວຂໍ້ວ່າ “ດອກໄມ້ດ່າລາດ - ສິ່ງມະຫັດສະຈັນຈາກດິນແດນທີ່ອຸດົມສົມບູນ” ຖືກໄຂຂຶ້ນຢ່າງເປັນທາງການໃນຕອນຄ່ຳວັນທີ 23 ທັນວາ, ຢູ່ເລີມດົ່ງ.
ໄຂງານ Festival ດອກໄມ້ດ່າລາດ - ảnh 1(ໄຂງານ Festival ດອກໄມ້ດ່າລາດ)

Festival ດອກໄມ້ດ່າລາດ ຖືກດຳເດີນແຕ່ວັນທີ 23 – 27 ທັນວາ, ງານບຸນໄດ້ມີ 16 ລາຍການຕົ້ນຕໍ ແລະ ລາຍການອື່ນນັບສີບລາຍການ, ໂດຍບັນດາອົງການຈັດຕັ້ງ, ວິສາຫະກິດ, ສ່ວນບຸກຄົນທັງພາຍໃນແຂວງ ແລະ ນອກແຂວງເຂົ້າຮ່ວມປະຕິບັດ. ທ່ານ ດ່ວານວັນວຽດ, ປະທານຄະນະກຳມະການປະຊາຊົນແຂວງ ເລີມດົ່ງ, ໃຫ້ຮູ້ວ່າ:

        “Festival ດອກໄມ້ດ່າລາດ ຄັ້ງທີ 7 ແມ່ນການເຄື່ອນໄຫວແທດຈິງ, ແນະນຳບັນດາທ່າແຮງຂອງນະຄອນ, ໂຄສະນາເຄື່ອງໝາຍການຄ້າດ່າລາດ ແລະ ການທ່ອງທ່ຽວຂອງ ດ່າລາດ”.

ຕອບກັບ

ຂ່າວ/ບົດ​ອື່ນ