ໄຂ​ງານ Festival ປະ​ຕິ​ບັດ​ການ​ເຫຼື້ອ​ມ​ໃສ​ບູ​ຊາ​ພະ​ແມ່ ຄັ້ງ​ທີ 4

(VOVWORLD) -  ໄຂງານ Festival ປະຕິບັດການເຫຼື້ອມໃສບູຊາພະແມ່ ຄັ້ງທີ 4 ຕິດພັນກັບງານບຸນເຂົ້າໃໝ່ ວິຫານ ດົງກວງ ປີ 2023 ໄດ້ຈັດຂຶ້ນໃນຕອນຄ່ຳວັນທີ 23 ຕຸລາ, ຢູ່ເຂດປູສະນີຍະສະຖານປະຫວັດສາດລະດັບຊາດ ວິຫານດົງກວງ, ເມືອງ ວັນອຽນ, ແຂວງ ອຽນບ໊າຍ.
ໄຂ​ງານ Festival ປະ​ຕິ​ບັດ​ການ​ເຫຼື້ອ​ມ​ໃສ​ບູ​ຊາ​ພະ​ແມ່ ຄັ້ງ​ທີ 4 - ảnh 1ລາຍການສະແດງສິລະປະ (ພາບ: VOV)

ງານ Festival ປະຕິບັດການເຫຼື້ອມໃສບູຊາພະແມ່ ຄັ້ງທີ 4 ແມ່ນໂອກາດເພື່ອໃຫ້ປະຊາຊົນ, ແຂກທ່ອງທ່ຽວ ມີຄວາມເຂົ້າໃຈຢ່າງເລິກເຊິ່ງກວ່າກ່ຽວກັບມໍລະດົກປະຕິບັດການເຫຼື້ອມໃສບູຊາພະແມ່ ເຖື່ອງງ່ານຂອງ ຊາວ ຫວຽດນາມ. ພ້ອມດຽວກັນນັ້ນ, ກໍເປັນການຢັ້ງຢືນ, ເຊີດຊູບັນດານັກສິລະປິນພື້ນເມືອງ, ນັກສິລະປິນດີເດັ່ນ, ນັກສິລະປະກອນຂັບເຈົ່າວັນ…. ທີ່ປະຕິບັດການເຫຼື້ອມໃສບູຊາພະແມ່ 3 ພະນາງ ນີ້ກໍແມ່ນໂອກາດເພື່ອໃຫ້ເມືອງ ວັນອຽນ ສືບຕໍ່ໂຄສະນາກຳລັງບົ່ມຊ້ອນ, ທ່າແຮງກ່ຽວກັບການພັດທະນາການທ່ອງທ່ຽວ, ເຊິ່ງຈຸດສຸມແມ່ນການໂຄສະນາກ່ຽວກັບເຂດປູຊະນີຍະສະຖານປະຫວັດສາດວິຫານ ດົງກວງ ສູ່ນັກທ່ອງທ່ຽວຈາກສາລະທິດ, ແຕ່ລະບາດກ້າວສ້າງຕັ້ງລະບົບຮ່ວມສຳພັນພັດທະນາການທ່ອງທ່ຽວຈິດວິນຍານ ຕິດພັນກັບບັນດາຮູບແບບການທ່ອງທ່ຽວອື່ນໃນບໍລິເວນ.

ຕອບກັບ

ຂ່າວ/ບົດ​ອື່ນ