ໄຂງານ Festival ອາຊີບຫັດຖະກຳ ເຫ້ວຄັ້ງທີ 8 ປີ 2019

(VOVWORLD) -ຕອນຄ່ຳວັນທີ 26 ເມສາ, ງານ Festival ອາຊີບຫັດຖະກຳ ເຫ້ວຄັ້ງທີ 8 ປີ 2019 ໄດ້ຖືກໄຂຂຶ້ນດ້ວຍລາຍການສະແດງສິລະປະ “ ສິ່ງຍອດຍິ່ງອາຊີບຫັດຖະກຳຫວຽດນາມ” ຊຶ່ງມີ 11 ລາຍການສະແດງດ້ວຍນັກສະແດງກວ່າ 500 ຄົນ.
ໄຂງານ Festival ອາຊີບຫັດຖະກຳ ເຫ້ວຄັ້ງທີ 8 ປີ 2019 - ảnh 1ລາຍການສະແດງສິລະປະ “ ສິ່ງຍອດຍິ່ງອາຊີບຫັດຖະກຳຫວຽດນາມ” 

ບັນດາລາຍການສະແດງໄດ້ສັນລະເສີນປະເທດຫວຽດນາມ, ໂຄສະນາພາບພົດເຂດບ້ານນາ, ບັນດາຜະລິດຕະພັນຂອງບັນດາໝູ່ບ້ານອາຊີບຫວຽດນາມ. ງານ Festival ອາຊີບຫັດຖະກຳ ເຫ້ວຄັ້ງທີ 8 ປີ 2019 ໄດ້ເຕົ້າໂຮມສິ່ງຍອດຍິ່ງຂອງ 16 ກຸ່ມອາຊີບ ດ້ວຍ 60 ຫມູ່ບ້ານອາຊີບ ແລະ ນັກສິລະປະການກວ່າ 350 ຄົນ. ກ່າວຄຳເຫັນທີ່ພິທີໄຂ, ທ່ານ ຫງວຽນວັນແທ່ງ ປະທານຄະນະກຳມະການປະຊາຊົນນະຄອນເຫ້ວ, ຫົວໜ້າຄະນະຈັດຕັ້ງ ງານ Festival ອາຊີບຫັດຖະກຳ ເຫ້ວຄັ້ງທີ 8 ປີ 2019ໃຫ້ຮູ້ວ່າ :

    “ ກຸ່ງເກົ່າເຫ້ວໄດ້ຮັບການເຊີດຊູແມ່ນມໍລະດົກວັດທະນະທຳໂລກ, ນະຄອນ  Festival ທີ່ເປັນເອກະລັກຂອງຫວຽດນາມ ຊຶ່ງແມ່ນນະຄອນທີ່ມີມູນເຊື້ອວັດທະນະທຳ ແລະ ປະຫວັດສາດມາແຕ່ດົນນານ. ເຫ້ວຈະມານະພະຍາຍາມຢ່າງບໍ່ຢຸດຢັ້ງເພື່ອສົມກັບອາລົມຈິດຄວາມຮັກແພງຂອງປະຊາຊົນໃນທົ່ວປະເທດ ແລະ ເພື່ອນມິດສາກົນ ”

ຕອບກັບ

ຂ່າວ/ບົດ​ອື່ນ