ໄຂງານ Olympic ລອນດອນ 2012

ໄຂງານ Olympic ລອນດອນ 2012 - ảnh 1
ລາຍການຍິງບັ້ງໄຟດອກຢູ່ພິທີໄຂ
(ພາບ: vnexpress.net)

(vovworld) - ​ໃນ​​ເວລາ 3 ​ໂມງ​ເຊົ້າ​ຕາມ​ເວລາ​ຫວຽດນາມ, ຢູ່​ສະໜາມກິລາ Olympic ລອນ​ດອນ ປະ​ເທດ ອັງກິດ, ​ໄດ້​ດຳ​ເນີນ​ພິ​ທີ​ໄຂ​ງາ​ນມະຫາ​ກຳ​ກິລາ​ລະ​ດູ​ຮ້ອນ ລອນດອນ 2012. ດ້ວຍ​ການ​ເຂົ້າ​ຮ່ວມ​ຂອງ​ຜູ້​ຊົມ 80.000 ຄົນ, ​ໃນ​ນັ້ນ​ມີ​ປະມຸກ​ລັດ​ຂອງ 120 ປະ​ເທດ ​ແລະ ​ເຂດ​​ແຄ້ວ​ນ. ​​ໂດຍ​ໄດ້​ຕັ້ງ​ຫົວ​ຂໍ້​ໃຫ້​ພາກ​ເປີກ​ສາກ​ພິທີ​ໄຂ​ງານ​ມະຫາ​ກຳ​ກິລາ ​ແມ່ນ “ເກາະ​ແຫ່ງ​ເທວະ​ດາ”, ​ໃນ​ສຽງ​ຂອງ​ບັນດາບົດ​ເພງ​ທີ່​ໂດ​ງດັ່ງ​ຂອງ ລາຊະ​ອານາ​ຈັກ ອັງກິດ.

        ຕໍ່ຈາກ​ນັ້ນ, ນັກ​ກິລາ​ກ່ວາ 10.000 ຄົນ ທີ່​ມາ​ຈາກ 205 ປະ​ເທດ ​ແລະ ​ເຂດ​ແຄ້ວນ​ໄດ້​ເດີນ​ສວນສະໜາມຜ່ານ​ສະໜາມກິລາ Olympic. ຄະນະ​ນັກ​ກິລາ​ຫວຽດນາມ ​ໄດ້​ເດີນສວນສະໜາມ​ໃນ​ອັນ​ດັບ​ທີ 200. ​ເຂົ້າ​ຮ່ວມ Olympic 2012, ຄະນະ​ນັກ​ກິລາ​ຫວຽດນາມ ມີ​ນັກ​ກິລາ 18 ຄົນ, ​ເຂົ້າຮ່ວມ​ຢູ່ 5 ປະ​ເພດ​ກິລາຄື: ​ແລ່ນ ​ແລະ ລານ, ລອຍ​ນ້ຳ, ຍິງ​ປືນ, ກິມ​ເນັດ​ສະຕິ​ກ ແລະ ຍົກ​ນ້ຳໜັກ.

​ໃນ​ວັນ​ທີ 28/7, ຄະນະ​ນັກ​ກິລາ​ຫວຽດນາມ​ຈະ​ມີ​ນັກ​ກິລາ 3 ຄົນ​ເຂົ້າ​ຮ່ວມ ​ກິລາ 3 ປະ​ເພດຄື: judo, ຕີ​ດອກ​ປິກ​ໄກ, ຟັນດາບ.









ຂ່າວ/ບົດ​ອື່ນ