ໄຂງານຕັ້ງຄ້າຍພັກແລ້ງຊາວໜຸ່ມ ຫວຽດນາມ ອາໄສ ຢູ່ຕ່າງປະເທດປີ 2012

ໄຂງານຕັ້ງຄ້າຍພັກແລ້ງຊາວໜຸ່ມ ຫວຽດນາມ ອາໄສ ຢູ່ຕ່າງປະເທດປີ 2012 - ảnh 1
ຄ້າຍ​ພັກ​ແລ້ງຫວຽດນາມ 2012
( ພາບ: baomoi.com )


(vovworld) – ​ ຕອນ​ເຊົ້າ​ວັນ​ທີ 12/7, ຢູ່​ບ້າ​ນວັດທະນະທຳ - ທ່ອງ​ທ່ຽວບັາດາ​ເຜົ່າ​ຫວຽດນາມ, ທີ່​ຮ່າ​ໂນ້ຍ, ຄ້າຍ​ພັກ​ແລ້ງຫວຽດນາມ 2012 ​ໄດ້ຖືກ​ໄຂ​ຂຶ້ນ​ຢ່າງ​ເປັນ​ທາງ​ການ​ດ້ວຍ​ຫົວ​ຂໍ້​ວ່າ “ກັບ​ເມືອ​ເຂດ​ດິນ​ແດງ”. ນີ້​ແມ່ນ​ຫົວ​ຂໍ້​ເພື່ອ​ແນ​ໃສ່​ລະນຶກ 60 ປີ​ແຫ່ງ​ວັນ​ຄ້າຍ​ວັນ​ເກີດ​ຂອງ​ນັກ​ຮົບວິລະ​ຊົນ​ຍິງ Vo Thi Sau, 150 ປີ​​ແຫ່ງ​ວັນຄຸກ ກົນ​ດາວ ​ແລະ 65 ປີ​ແຫ່ງ​ວັນ​ທະຫານ​ເສຍ​ອົງຄະນັກຮົບ​ເສຍສະຫຼະ​ຊີວິດ​ເພື່ອ​ຊາດ. ມີ​ຜູ້​ແທນ​ຊາວ​ໜຸ່ມ, ນັກ​ສຶກສາຫວຽດນາມ ອາ​ໄສ​ຢູ່​ຕ່າງປະ​ເທດ 170 ຄົນທີ່​ມາ​ຈາກ 25 ປະ​ເທດ ​ແລະ ​ເຂດ​ແຂວ້ນ​ໃນ​​ໂລກ​ພ້ອມ​ກັນ​ເຂົ້າ​ຮ່ວມ​ເຫດການ​ນີ້. ກ່າວ​ຄຳ​ເຫັນ​ທີ່​ພິທີ​​ໄຂ,​ ທ່ານ​ຮອງ​ລັດຖະມົນຕີ​ການ​ຕ່າງປະ​ເທດ, ຫົວໜ້າ​ຄະນະ​ກຳມະການ​ແຫ່ງ​ລັດກ່ຽວ​ກັບ​ຊາວ​ຫວຽດນາມ ​ອາ​ໄສ​ຢູ່​ຕ່າງປະ​ເທດ Nguyen Thanh Son ​ໄດ້​ເນັ້ນ​ໜັກ​ວ່າ ຍາມ​ໃດຊາວໜຸ່ມ, ນັກ​ສຶກສາຫວຽດນາມ ອາ​ໄສ​ຢູ່​ຕ່າງປະ​ເທດກໍ​ແມ່ນ​ປັດ​ໃຈ​ຜູກ​ຮັດວົງ​ຄະນະ​ຍາດ​ແຫ່ງ​ຊາດ, ຮັກສາ​ພາສາ​ຫວຽ​ດນາມ, ​ຮັກສາ​ມູນ​ເຊື້ອ​ອັນ​ດີງາມ​ຂອງ​ບ້ານ​ເກີດ​ເມືອງ​ນອນ ​ເຖິງ​ວ່າ​ຈະດຳລົງ​ຊີວິດ​ຢູ່​ແຫ່ງ​ໃດ​ກໍ​ຕາມ. ທ່ານ​ຮອງ​ລັດຖະມົນຕີ Nguyen Thanh Son ​ໃຫ້​ຮູ້​ວ່າ.

“ລາຍການ​ຄ້າຍ​ພັກ​ແລ້ງ​ແມ່ນ​ຈຸດ​ນັດ​ພົບ​ຂອງ​ຊາວໜຸ່ມຫວຽດນາມ ​ອາ​ໄສ​ຢູ່​ຕ່າງປະ​ເທດ​ກັບ​ຊາວ​ໜຸ່ມຫວຽດນາມ ພາຍ​ໃນ​ປະ​ເທດ. ການ​ເຄື່ອນ​ໄຫວ​ນີ້​ຈະ​ແມ່ນ​ໂອກາດ​ເພື່ອ​​ໃຫ້ພວກ​ນ້ອງ​ຄົ້ນ​ຫາ​ບັນດາ​ມໍລະ​ດົກ​ທີ່ມີ​ຮູບ​ຮ່າງ ​ແລະ ​ບໍ່​ມີ​ຮູບ​ຮ່າງ, ສະ​ແດງ​ອາລົມ​ຈິດ​ຂອງ​ຕົນ​ຕໍ່​ບັນດາ​ນັກຮົບ​ວິລະ​ຊົນ​​ແຫ່ງຊາດ, ຜູ້​ມີ​ຄຸນງາມຄວາມດີ​ຕໍ່​ປະ​ເທດ​ຊາດ, ຊ່ວຍ​ໃຫ້​ພວກ​ນ້ອງ​ເຂົ້າ​ໃຈ​ກ່ຽວ​ກັບ​ມູນ​ເຊື້ອ​ວິລະ​ຊົນ​ຂອງ​ຊາດ​ຫວຽດນາມ ຫຼາຍກວ່າ​ອີກ. ພວກ​ນ້ອງຈະ​​ໄດ້ເຫັນ​ປະຈັກ​ຕາ​ການ​ປ່ຽນ​ແປງ​ທີ່​ໃຫຍ່​ຫຼວງ​​​ໃນທຸກ​ດ້ານ​ຂອງ​ປະ​ເທດ​ຊາດ ​ແລະ ​ເຂົ້າ​ໃຈ​ກ່ຽວ​ກັບໄດ້​ນ້ຳ​ໃຈ​ເຊິ່ງພໍ​ແມ່ພີ​ນ້ອງຊາວ​ຫວຽດນາມ ຢູ່​ພາຍ​ໃນ​ປະ​ເທດ​ສະຫງວນ​ໃຫ້​ຊາວ​ຫວຽດນາມ ອາ​ໄສ​ຢູ່​ຕ່າງປະ​ເທດ. ສອງ​ສັບ ຫວຽດນາມ ນັບ​ມື້​ນັບສະໜິດ​ຕິດ​ພັນ ​ແລະ ​ແມ່ນ​ຄວາມ​ເອກອ້າງທະນົງ​ໃຈ​ສຳລັບ​ຊາວ​ໜຸ່ມຫວຽດນາມ ອາ​ໄສ​ຢູ່​ຕ່າງປະ​ເທດ, ລະດົມ​ກຳ​ລັງ​ໃຈ​ບັນດາ​ພວກ​ນ້ອງ​ເພື່ອອວາຍ​ໜ້າ​ເມືອ​ຫາ​ກົກ​ເຄົ້າ​ເຫງົ້າ​ກໍຫຼາຍ​ກວ່າ, ສາມັກ​ຄີກ​ວ່າ ​ແລະ ​ເພື່ອ​ປະກອບສ່ວນ​ສ້າງ​ປະ​ເທດ​ຫວຽດນາມ ​​ໃຫ້ກາຍເປັນ​ປະ​ເທດ​ຮັ່ງມີ​ເຂັ້ມ​ແຂງ”.

ຂ່າວ/ບົດ​ອື່ນ