ໄຂງານຕະຫລາດນັດການຄ້າສາກົນປີ 2012 ຢູ່ ນະຄອນ Can Tho

ໄຂງານຕະຫລາດນັດການຄ້າສາກົນປີ 2012 ຢູ່ ນະຄອນ Can Tho - ảnh 1
ພາບປະກອບ


(vovworld) - ງານ​ຕະຫລາດນັດ​ການ​ຄ້າ​ສາກົນ​ປີ 2012 ພາຍ​ໃຕ້​ຫົວ​ຂໍ້​ວ່າ: “ຜະລິດ​ຕະພັນ ​ແລະ ​ເຕັກ​ໂນ​ໂລ​ຊີ​ໃຫມ່ ກະ​ຕຸ້ນ​ການ​ຊົມໃຊ້​ - ການ​ສົ່ງ​ອອກ” ​ໂດຍ​ກະຊວງ​ອຸດສາຫະກຳ - ການ​ຄ້າຫວຽດນາມ ສົມທົບ​ກັບ​ຄະນະ​ກຳມະການ​ປະຊາຊົນ ນະຄອນ ​Can Tho ຈັດ​ຕັ້ງ​ຂຶ້ນ​ໃນ​ວັນ​ທີ 28/8 ຢູ່ ສູນ​ກອງ​ປະຊຸມ​ວາງສະ​ແດງ​ສາກົນ Can Tho. ງານ​ຕະຫລາດນັດ​ປີ​ນີ້ ​ມີຮ້ານ​ວາງສະ​ແດງ 400 ຮ້ານ​ຂອງ​ບັນດາ​ວິ​ສາ​ຫະກິດ​ໃນ​​ເຂດ​ທົ່ງພຽງ​ແມ່ນ້ຳຂອງ​ທາງ​ພາກ​ໃຕ້​ຫວຽດນາມ, ນະຄອນ ​ໂຮ່ຈິ​ມີນ, ນະຄອນ​ຮ່າ​ໂນ້ຍ, Binh Thuan, Ba Ria - Vung Tau, Dong Nai, Hai Duong, Lam Dong ພ້ອມ​ກັບ​ບັນດາ​ວິ​ສາ​ຫະກິດ​ມາ​ຈາກ​ຕ່າງປະ​ເທດ            ​ແລະ ​ເຂດ​ແຄ້ວ​ນຄື: ຍີ່ປຸ່ນ, ລາວ, ມາ​ເລ​ເຊຍ, ຈີນ ​ແລະ ອິນ​ໂດ​ເນ​ເຊຍ..​ນີ້​ແມ່ນ​ເຫດການ​ສົ່ງ​ເສີມ​ການ​ຄ້າ ​ແລະ ການ​ລົງທຶນ​ ​ເພື່ອ​ເພີ່ມ​ທະວີ​ການ​ພົບ​ປະ​ແລກປ່ຽນ​ລະຫວ່າງ​ບັນດາ​ວິ​ສາ​ຫະກິດ​ພາຍ​ໃນ​ປະ​ເທດ ​ແລະ ຕ່າງປະ​ເທດ ພັດທະນາ​ຕະຫລາດ​ສົ່ງ​ອອກ, ​ໂຄສະນາ, ​ແນ​ະນຳ​ຜະລິດ​ຕະພັນ​ພິ​ເສດ​ຂອງ​ບັນດາ​ທ້ອງ​ຖິ່ນ, ​​ແຖບ​ຖິ່ນ​ໃນ​ທົ່ວ​ປະ​ເທດ. ງານ​ຕະຫລາດນັດດັ່ງກ່າວຈະ​​ແກ່​ຍາວ​ຮອດ​ວັນ​ທີ 3/9/2012 ຈຶ່ງ​ຈະ​ອັດ​ລົງ.

 

ຂ່າວ/ບົດ​ອື່ນ