ໄຂງານຕະຫລາດນັດການຄ້າສ.ເກົາຫຼີຄັ້ງທຳອິດຢູ່ຫວຽດນາມ

ໄຂງານຕະຫລາດນັດການຄ້າສ.ເກົາຫຼີຄັ້ງທຳອິດຢູ່ຫວຽດນາມ - ảnh 1
(ພາບປະກອບ)

(vovworld) - ​ ​ ງານ​ຕະຫລາດນັດ​ການ​ຄ້າ​ບັນດາ​ຜະລິດ​ຕະພັນ ສ.​ເກົາຫຼີ ຢູ່​ນະຄອນ ​ໂຮ່ຈີ​ມິນ (G – Fair Korea) ​ໄຂ​ຂຶ້ນ​ໃນ​ວັນ​ທີ 22/11 ຢູ່​ນະຄອນ ​ໂຮ່ຈີ​ມິນ. ນີ້​ແມ່ນ​ງານ​ຕະຫລາດນັດ​ການ​ຄ້າ​ບັນດາ​ຜະລິດ​ຕະພັນ ສ.​ເກົາຫຼີ ຄັ້ງ​ທຳ​ອິດ ​ໄດ້​ຈັດ​ຕັ້ງ​ຢູ່ ຫວຽດນາມ. ງານ​ຕະຫລາດນັດ​ການ​ຄ້າບັນດາ​ຜະລິດ​ຕະພັນ ສ.​ເກົາຫຼີ ຢູ່​ນະຄອນ ​ໂຮ່ຈີ​ມິນ ວາງສະ​ແດງ 4 ກຸ່ມ​ຜະລິດ​ຕະພັນ​ຕົ້ນຕໍ​ແມ່ນ: ​ເອ​ເລັກ​ໂຕ​ນິກ ​ແລະ ​ເຄື່ອງ​​ໄຟຟ້າ​ນຳໃຊ້​ໃນ​ຄອບຄົວ, ​ສິນຄ້າ​ໃຊ້​ສອຍ ​ແລະ ສະບຽບ​​ອາຫານ, ​ເຄື່ອງຈັກ ​ແລະ ວັດຖຸ​ດິບ​ອຸດສາຫະກຳ, ສຸຂະພາບ. ກ່າວຄຳ​ເຫັນ​ທີ່​ພິທີ​ໄຂ ທ່ານ​ ເລ​ແທງລຽມ ຮອງ​ປະທານ​ຜູ້​ປະຈຳ​ນະຄອນ ​ໂຮ່ຈີ​ມິນ ຖື​ວ່າ: ງານ​ຕະຫລາດ​ນັດວາງສະ​ແດງ​ບັນ​ດາ​ຜະລິດ​ຕະພັນ​ ສ.​ເກົາຫຼີ ຢູ່​ນະຄອນ ​ໂຮ່ຈີ​ມິນ ​ແມ່ນ​ກາລະ​ໂອກາດ​​ດີ ​ເພື່ອ​ໃຫ້​ຜູ້​ອຸປະ​ໂພ​ກບໍລິ​ໂພ​ກນະຄອນ​ມີ​ໂອກາດ​ນຳ​ໃຊ້​ບັນດາ​ຜະລິດ​ຕະພັນທີ່​ມີ​ຄຸນ​ນະພາ​ບສູງ​ຂອງ ສ.​ເກົາຫຼີ ​ທັງ​ແມ່ນ​ໂອກາດ ​ເພື່ອ​ໃຫ້​ວິ​ສາ​ຫະກິດ 2 ຝ່າຍ​ພົບ​ປະ, ​ແລກປ່ຽນ, ຊອກ​ຫາ​ກາລະ​ໂອກາດ​ເປີດ​ກ້ວາງ​ການ​ລົງທຶນ​ໃນ​ອະນາຄົດ.

ຂ່າວ/ບົດ​ອື່ນ