ໄຂງານຕະຫລາດນັດການຄ້າຫວຽດນາມ2016ຢູ່ກຳປູເຈຍ

ໄຂງານຕະຫລາດນັດການຄ້າຫວຽດນາມ2016ຢູ່ກຳປູເຈຍ - ảnh 1
ໄຂງານຕະຫລາດນັດການຄ້າ ຫວຽດນາມ 2016 ຢູ່ ກຳປູເຈຍ

(vovworld) - ດ້ວຍ​ຫົວ​ຂໍ້ “ມິດຕະພາບ, ຮ່ວມ​ມື ​ແລະ ພັດທະນາ”, ຕອນ​ເຊົ້າ​ວັນ​ທີ 06/10, ງານ​ຕະຫລາດນັດ​ການ​ຄ້າ ຫວຽດນາມ 2016 ຖືກ​ໄຂ​ຂຶ້ນ​ຢູ່​ນະຄອນຫລວງ ພະນົມ​ເປັນ ລາຊະ​ອານາຈັກ ກຳປູ​ເຈຍ. ງານ​ຕະຫລາດ​ນັດ​ໂດຍ​ກະຊວງ​ປ້ອງ​ກັນ​ປະ​ເທດ ຫວຽດນາມ ​, ສົມທົບ​ກັບ​ກະຊວງ​ອຸດສາຫະກຳ ​ແລະ ການ​ຄ້າ ຫວຽດນາມ ​ແລະ ກະຊວງ​ການ​ຄ້າ, ກະຊວງ​ປ້ອງ​ກັນ​ປະ​ເທດ ກຳປູ​ເຈຍ ຈັດ​ຕັ້ງ. ​ເຂົ້າ​ຮ່ວມ​ງານ​ຕະຫລາດ​ນັດມີ​ເກືອບ 130 ຫົວໜ່ວຍ​ດ້ວຍ​ຮ້ານ​ວາງສະ​ແດງ 200 ຮ້ານ.

        ງານຕະຫລາດ​ນັດ​ແມ່ນ​ການ​ເຄື່ອນ​ໄຫວ​ນອນ​ໃນ “​ໂຄງການ​ສົ່ງ​ເສີມ​ການຄ້າ​ແຫ່ງ​ຊາດ 2016” ​ໄດ​້ຈັດ​ຕັ້ງ​ດ້ວຍ​ຈຸດປະສົງ​ໜູນ​ຊ່ວຍ​ບັນດາ​ວິ​ສາ​ຫະກິດ ຫວຽດນາມ ​ເວົ້າ​ລວມ, ບັນດາ​ວິ​ສາ​ຫະກິດ​ກອງທັບ​ເວົ້າ​ສະ​ເພາະ ຍູ້​ແຮງ​ການ​ສົ່ງ​ອອກ​ບັນດາ​ຜະລິດ​ຕະພັນ, ການ​ບໍລິການ​ເຂົ້າຕະຫລາດ ກຳປູ​ເຈຍ ​ແລະ ບັນດາ​ປະ​ເທດ ອາ​ຊຽນ. ງານ​ຕະຫລາດນັດ​ກໍ່ສ້າງ​ເງື່ອນ​ໄຂ​ໃຫ້​ບັນດາ​ວິ​ສາ​ຫະກິດ ຫວຽດນາມ ຊອກ​ຫາ​ຂໍ້​ມູນ​ຂ່າວສານ​ກ່ຽວ​ກັບ​ກາລະ​ໂອກາດ, ຄວາມ​ສາມາດ​ບົ່ມ​ຊ້ອນ​ຂອງ​ຕະຫລາດ ກຳປູ​ເຈຍ ​ແລະ ພາກ​ພື້ນ, ຊອກ​ຫາ​ລູກ​ຄ້າ​ມີ​ຄວາມ​ສາມາດ​ບົ່ມ​ຊ້ອນ ​ແລະ ບັນດາ​ຄູ່​ຮ່ວມ​ມື​ການ​ຄ້າ, ​ເປີດ​ກ້ວາງ​ການ​ພົວພັນ ​ແລກປ່ຽນ​ການ​ຄ້າ​ລະຫວ່າງ​ວິ​ສາ​ຫະກິດ 2 ປະ​ເທດ ຫວຽດນາມ ​ແລະ ກຳປູ​ເຈຍ.

ຂ່າວ/ບົດ​ອື່ນ