ໄຂງານຕະຫລາດນັດສິນຄ້າຫວຽດນາມຄຸນນະພາບສູງປີ2016

ໄຂງານຕະຫລາດນັດສິນຄ້າຫວຽດນາມຄຸນນະພາບສູງປີ2016 - ảnh 1
ງານຕະຫລາດນັດສິນຄ້າຫວຽດນາມຄຸນນະພາບສູງປີ2016
(ພາບ: ອິນເຕີແນັດ)

(vovworld) - ວິ​ສາ​ຫະກິດ​ພາຍ​ໃນ​ປະ​ເທດ 120​ ​ແຫ່ງ​ໄດ້​ເຂົ້າ​ຮ່ວມ​ງານ​ຕະຫລາດນັດ​ສິນຄ້າ ຫວຽດນາມ ຄຸນ​ນະພາ​ບສູງ​ປີ 2016 ຢູ່​ນະຄອນ ​ເກີ່​ນ​ເທີ, ດ້ວຍ​ຮ້ານ​ວາງສະ​ແດງ 350 ຮ້ານ, ຂຶ້ນ​ກັບ​ຫລາຍ​ປະ​ເພດ​ສິນຄ້າ​ຄື: ສິນຄ້າ​ໃຊ້​ສອຍ​ໄວ (  FMCG ) ​ເຄື່ອງ​ຕຳ່​ແຜ່ນ​ຕັດຫຍິບ, ​ເຄື່ອງ​ໃຊ້​ ​ໃນ​ຄົວ​​ເຮືອນ, ການ​ຢາ, ສະບຽບອາຫານ. ​ໃນ​ຂອບ​ເຂດ​ງານ​ຕະຫລາດນັດ ຍັງ​ດຳ​ເນີນ​ ການ​ເຄື່ອນ​ໄຫວ​ຊາຍ​ຄາ​ລວມ, ງານ​ວາງ​ສະ​ແດງ​ຜົນງານ​ປ່ຽນ​ໃໝ່​ຫົວຄິດ​ປະ​ດິດສ້າງ​ທີ່​ພົ້ນ​ເດັ່ນ​ຂອງ​ວິ​ສາ​ຫະກິດ ຜະລິດ​ດຳ​ເນີນ​ທຸລະ​ກິດສິນຄ້າ ຫວຽດນາມ ຄຸນ​ນະພາ​ບສູງ. ທ່ານ​ນາງ ຫວໍ​ທິຮົ່ງ​ແອ໋ງ ຮອງ​ປະທານ​ຄະນະ​ກຳມະການ​ປະຊາຊົນ​ນະຄອນ ​ເກີ່​ນ​ເທີ ​ໃຫ້​ຮູ້​ວ່າ:

        “ງານ​ຕະຫລາ​ດນັດ​ສິນຄ້າ ຫວຽດນາມ ຄຸນ​ນະພາ​ບສູງ ຊ່ວຍ​ໃຫ້​ປະຊາຊົນ​ເຂົ້າ​ໃຈ​ກ່ວາ ກ່ຽວ​ກັບ​ບັນດາ​ຜະລິດ​ຕະພັນ​ຄຸນ​ນະພາ​ບສູງ​ຂອງ ຫວຽດນາມ; ຊ່ວຍ​ໃຫ້​ວິ​ສາ​ຫະກິດ ຂຸດ​ຄົ້ນ ​ແລະ ຮ່ວມ​ມື​ເປີດ​ກ້ວາງ​ຕະຫລາດ ກໍ່ຄື​ຊອກ​ຮູ້​ກ່ຽວ​ກັບ​ຄວາມ​ ຕ້ອງການ, ກຳ​ແໜ້ນຄວາມ​ນິຍົ​ມຂອງ​ຜູ້​ອຸປະ​ໂພ​ກບໍລິ​ໂພ​ກ ​ເພື່ອ​ສືບຕໍ່​ພັດທະນາ​ບັນດາ​ຜະລິດ​ຕະພັນ​ການ​ບໍລິການທີ່ມີ​ປະ​ໂຫຍ​ດ, ມີຄຸນ​ນະພາ​ບ, ມີ​ຄວາມປອດ​ໄພ ​ແລະ ພິ​ເສດ ​ສາມາດເປັນ​ເຈົ້າ​ ຕະຫລາດ​ໃຊ້​ສອຍ​ໄດ້ ”.

        ງານ​ຕະຫລາດນັດ​ຈະ​ດຳ​ເນີນ​ແຕ່​ວັນ​ທີ 25 – 29/05 ​ໂດຍ​ສູນ​ຄົ້ນຄວ້າ​ດຳ​ເນີນ​ທຸລະ​ກິດ ​ແລະ ໜູນ​ຊ່ວຍ​ວິ​ສາ​ຫະກິດ (BSA) ຈັດ​ຕັ້ງ.

ຂ່າວ/ບົດ​ອື່ນ