ໄຂ​ງານ​ຕະຫຼາດ​ນັດ ການ​ຄ້າ ສາ​ກົນ ຕິງ​ບຽນ - ອານ​ຢາງ 2024

(VOVWORLD) - ງານຕະຫຼາດນັດ ມີຮ້ານວາງສະແດງສິນຄ້າ 300 ຮ້ານດ້ວຍບັນດາຜະລິດຕະພັນທີ່ອຸດົມສົມບູນ, ຫາກຫຼາຍຮູບແບບກ່ຽວກັບຊະນິດ ແລະ ຄຸນນະພາບ, ທີ່ມາຈາກ 120 ວິສາຫະກິດ, ຮາກຖານຜະລິດດຳເນີນທຸລະກິດ.
ໄຂ​ງານ​ຕະຫຼາດ​ນັດ ການ​ຄ້າ ສາ​ກົນ ຕິງ​ບຽນ - ອານ​ຢາງ 2024 - ảnh 1ງານຕະຫຼາດນັດ ການຄ້າ ສາກົນ ຕິງບຽນ - ອານຢາງ 2024 (ພາບ: VOV)

ຕອນຄ່ຳວັນທີ 27 ພຶດສະພາ, ຢູ່ເທດສະບານ ຕິງບຽນ, ແຂວງ ອານຢາງ ງານຕະຫຼາດນັດ ການຄ້າ ສາກົນ ຕິງບຽນ - ອານຢາງ 2024 ໄດ້ໄຂຂຶ້ນ. ໂດຍໄດ້ດຳເນີນໃນເວລາ 1 ອາທິດ, ງານຕະຫຼາດນັດ ມີຮ້ານວາງສະແດງສິນຄ້າ 300 ຮ້ານດ້ວຍບັນດາຜະລິດຕະພັນທີ່ອຸດົມສົມບູນ, ຫາກຫຼາຍຮູບແບບກ່ຽວກັບຊະນິດ ແລະ ຄຸນນະພາບ, ທີ່ມາຈາກ 120 ວິສາຫະກິດ, ຮາກຖານຜະລິດດຳເນີນທຸລະກິດ ທີ່ມີອິດທິພົນຊື່ສຽງ ມາຈາກ 12 ແຂວງ, ນະຄອນ ຂອງ ຫວຽດນາມ, ກຳປູເຈຍ, ລາວ. ກ່າວຄຳເຫັນໄຂງານຕະຫຼາດນັດ, ທ່ານ ເລວັນເຟືອກ, ຮອງປະທານຄະນະກຳມະການປະຊາຊົນແຂວງ ອານຢາງ ໃຫ້ຮູ້ວ່າ:

ງານຕະຫຼາດນັດການຄ້າ ສາກົນ ຕິງບຽນ - ອານຢາງ ມີຄວາມສຳຄັນ ໃນການຊຸກຍູ້ການພົວພັນທາງການທູດ, ການຮ່ວມມືພັດທະນາເສດຖະກິດການຄ້າ ລະຫວ່າງແຂວງ ອານຢາງ ຫວຽດນາມ ແລະ ສອງແຂວງ ຕ່າແກວ, Kandal ຂອງລາຊະອານາຈັກ ກຳປູເຈຍ. ງານຕະຫຼາດນັດແມ່ນໂອກາດເພື່ອໂຄະນາຜະລິດຕະພັນສິນຄ້າ ໄປຍັງຜູ້ບໍລິໂພກ ແລະ ສ້າງເງື່ອນໄຂເພື່ອໃຫ້ບັນດາວິສາຫະກິດທັງຢູ່ພາຍໃນ ແລະ ຕ່າງປະເທດຮ່ວມມືດຳເນີນທຸລະກິດ, ພັດທະນາສາຂາ ແລະ ເປີດກວ້າງຕະຫຼາດສົ່ງອອກສິນຄ້າ… ຜ່ານນັ້ນ ກໍ່ສືບຕໍ່ເສີມຂະຫຍາຍຢ່າງມີປະສິດທິຜົນ, ຊຸກຍູ້ການເພີ່ມທະວີນ້ຳໃຈມິດຕະພາບ, ການເຊື່ອມຕໍ່ໃນການພົບປະແລກປ່ຽນການຄ້າ, ການຮ່ວມມືທາງການຄ້າ ແລະ ການລົງທຶນລະຫວ່າງບັນດາວິສາຫະກິດ, ປະກອບສ່ວນເພີ່ມວົງເງິນການສົ່ງອອກນຳເຂົ້າ, ພັດທະນາຕະຫຼາດທັງຢູ່ພາຍໃນ ແລະ ຕ່າງປະເທດ.

ຕອບກັບ

ຂ່າວ/ບົດ​ອື່ນ