ໄຂ​ງານ​ຕະຫຼາດ​ນັດ ແລະ ວາງ​ສະ​ແດງແຟ​ຊັນ ສາ​ກົນ ຫວຽດ​ນາມ 2019

(VOVWORLD) - ຕອນຄ່ຳວັນທີ 11 ທັນວາ, ຢູ່ຮ່າໂນ້ຍ, ໄດ້ດຳເນີນພິທີໄຂງານຕະຫຼາດນັດ ແລະ ວາງສະແດງ ແຟຊັນ ສາກົນ ຫວຽດນາມ 2019 – VIBFW Fashion Show 2019, ໂດຍເປັນງານຕະຫຼາດນັດສະເພາະຂະແໜງການປະຈຳປີທີ່ມີອິດທິພົນຊື່ສຽງ ແຖວໜ້າ ຫວຽດນາມ.
ໄຂ​ງານ​ຕະຫຼາດ​ນັດ ແລະ ວາງ​ສະ​ແດງແຟ​ຊັນ ສາ​ກົນ ຫວຽດ​ນາມ 2019 - ảnh 1ພິທີໄຂງານຕະຫຼາດນັດ ແລະ ວາງສະແດງແຟຊັນ ສາກົນ ຫວຽດນາມ 2019 (ພາບ: TTXVN)

ນີ້ກໍ່ແມ່ນໜຶ່ງໃນບັນດາການເຄື່ອນໄຫວຊຸກຍູ້ການຄ້າ, ແມ່ນວັນບຸນຂອງ ຂະແໜງ ແຟຊັນ ຫວຽດນາມ, ເປັນບ່ອນເຕົ້າໂຮມບັນດາເຄື່ອງໝາຍການຄ້າແຖວໜ້າໃນຂົງເຂດຄື ຕ່ຳແຜ່ນຕັດຫຍິບ, ເກີບໜັງ, ເຄື່ອງປະດັບ ແລະ ການບໍລິການດູແລຮັກສາຄວາມງາມເພື່ອແນໃສ່ຕອບສະໜອງຄວາມຕ້ອງການນັບມື້ນັບສູງຂຶ້ນຂອງ ຜູ້ບໍລິໂພກພາຍໃນປະເທດ, ປະກອບສ່ວນຊຸກຍູ້ບັນດາການເຄື່ອນໄຫວສົ່ງອອກ.

        ເມື່ອທີ່ຈັດງານຕະຫຼາດນັດ ແລະ ວາງສະແດງແຟຊັນ ສາກົນ ຫວຽດນາມ 2019 ມີຂອບຂະໜາດ 3000 ຕາແມັດ, ດ້ວຍຮ້ານວາງສະແດງ 150 ຮ້ານ, ດຶງດູດໄດ້ວິສາຫະກິດ ແຖວໜ້າຂອງ ຂົງເຂດຕ່ຳແຜ່ນຕັດຫຍິບ 100 ແຫ່ງ ພ້ອມກັບຫຼາຍໜ່ວຍງານທີ່ເປັນຜູ້ຕາງໜ້າໃຫ້ແກ່ຂົງເຂດເກີບໜັງ, ເຄື່ອງສຳອາງ ແລະ ການບໍລິການດູແລຮັກສາຄວາມງາມທີ່ມາຈາກຫຼາຍແຂວງ, ນະຄອນໃນທົ່ວປະເທດ.

        ງານຕະຫຼາດນັດຈະສິ້ນສຸດລົງໃນວັນທີ 15 ທັນວາ 2019.

ຕອບກັບ

ຂ່າວ/ບົດ​ອື່ນ