ໄຂງານຕະຫຼາດນັດການຄ້າສາກົນ ຕິ້ງບຽນ - ອານຢາງ ປີ 2013

ໄຂງານຕະຫຼາດນັດການຄ້າສາກົນ ຕິ້ງບຽນ - ອານຢາງ ປີ 2013 - ảnh 1
ງານ​ຕະຫຼາດນັດ​ການ​ຄ້າ​ສາກົນ ຕິ້ງ​ບຽນ - ອານ​ຢາງ ປີ 2013
(ພາບ: baomoi.com)


(vovworld) - ຕອນ​ຄໍ່າ​ວັນ​ທີ 28/05, ຢູ່​ເຂດ​ອຸສາ​ຫະກຳ ຊວນ​ໂຕ, ​ເມືອງ ຕິ້ງ​ບຽນ, ​ໄດ້​ໄຂງານ​ຕະຫຼາດນັດ​ການ​ຄ້າ​ສາກົນ ຕິ້ງ​ບຽນ - ອານ​ຢາງ ປີ 2013. ນີ້​ແມ່ນເຫດການວັດທະນະທຳ, ​ເສດຖະກິດ​ປະຈຳ​ປີ​ ຖື​ລັກສະນະ​ສາກົນ, ​ເພື່ອ​ແນ​​ໃສ່​ຊຸກຍູ້​ການ​ພົວພັນ​ແລກປ່ຽນ​ການ​ຄ້າ, ຮັດ​ແໜ້ນ​ຄວາມ​ສາມັກຄີ​ມິດຕະພາບ, ການຮ່ວມ​ມື​ຖານ​ບ້ານ​ໃກ້​​ເຮືອນ​ຄຽງ​ລະຫວ່າງ ຫວຽດນາມ - ກຳປູ​ເຈຍ, ພ້ອມ​ທັງ​ປະກອບສ່ວນ​ຍູ້​ແຮງ​ການ​ຈຳໜ່າຍ​ສິນຄ້າຫວຽດນາມ ທີ່​ມີ​ຄຸນ​ນະພາ​ບສູງ​ຢູ່​ເຂດ​ຊາຍ​ແດນ, ພິ​ເສດ​ແມ່ນ​ຮັບ​ໃຊ້​ໃຫ້​ແກ່​ປະຊາຊົນ 2 ​ແຂວງ​ທີ່​ຕິດ​ກັບ​ເຂດ​ຊາຍ​ແດນ​ຂອງ​ຫວຽດນາມ ​ແມ່ນ ຕາ​ແກ້ວ ​ແລະ ການ​ດານ. ທ່ານ ຫງວຽນ​ຫງອກ​ແອ​ມ, ຫົວໜ້າ​ສູນ​ສົ່ງ​ເສີມ​ການ​ຄ້າ ​ແລະ ການລົງທຶນ​ແຂວງ​ອານຢາງ ​ໃຫ້​ຮູ້​ວ່າ.

     “ຂ້າພະ​ເຈົ້າ​ປາດ​ຖະໜາ​ວ່າ ບັນດາ​ວິ​ສາ​ຫະກິດ​ໃນ​ເຂດ ກໍ​ຄື​ນະຄອນ​ໂຮ່ຈິ​ມິນ ຈະ​ມີຄວາມ​ເອົາ​ໃຈ​ໃສ່​ເຖິງ​ຕະຫຼາດ ກຳປູ​ເຈຍ ​ແລະ ວິ​ສາ​ຫະກິດ ກຳປູ​ເຈຍຫຼາຍ​ກວ່າ​ອີກ. ຜ່ານ​ນັ້ນ,​ ຊຸກຍູ້​ການ​ພົວພັນ​ແລກປ່ຽນ​ສິນຄ້າ​ໃຫ້​ຫຼາຍ​ກວ່າ​ອີກ. ​ເພາະວ່າ ສິນຄ້າ​ຜ່ານ​ດ່ານ​ຊາຍ​ແດນ​​ແຂວງ ອານ​ຢາງ ​ແມ່ນ​ຫຼາຍທີ່​ສຸດ”.

        ງານ​ຕະຫຼາດນັດ​ການ​ຄ້າ​ສາກົນ ຕິ້ງ​ບຽນ - ອາ​ຢາງ ປີ 2013 ​ໄດ້​ຈັດ​ຂຶ້ນ​ໃນ​ລະຫວ່າງ​ວັນ​ທີ 28/05 – 02/06, ມີ​ຂອບ​ຂະໜາດ​ກວ່າ 500 ຮ້ານ, ດ້ວຍ​ການ​ເຂົ້າ​ຮ່ວມ​ຂອງ 250 ວິ​ສາ​ຫະກິດ​ຢູ່ພາຍ​ໃນ ​ແລະ ຕ່າງປະ​ເທດ.

ຂ່າວ/ບົດ​ອື່ນ