ໄຂ​ງານ​ຕະຫຼາດ​ນັດ​ການ​ຄ້າ​ສາ​ກົນ ຫວຽດນາມ-ຈີນ

(VOVWORLD) -ງານຕະຫຼາດນັດການຄ້າສາກົນ ຫວຽດນາມ-ຈີນ ຢູ່ ລ້າງເຊີນ 2022 ໄຂຂຶ້ນນັບແຕ່ວັນທີ 2 ເຖິງວັນທີ 9 ພະຈິກ ຈຶ່ງຈະອັດລົງ.
ໄຂ​ງານ​ຕະຫຼາດ​ນັດ​ການ​ຄ້າ​ສາ​ກົນ  ຫວຽດນາມ-ຈີນ - ảnh 1ໄຂງານຕະຫຼາດນັດການຄ້າສາກົນ ຫວຽດນາມ-ຈີນ (ລ້າງເຊີນ 2022) ດ້ວຍຫົວຂໍ້ “ມິດຕະພາບ-ຮ່ວມມື-ຮ່ວມສຳພັນ-ພັດທະນາ”

ຕອນຄ່ຳວັນທີ 2 ພະຈິກ ຢູ່ນະຄອນລ້າງເຊີນ, ໄດ້ໄຂງານຕະຫຼາດນັດການຄ້າສາກົນ ຫວຽດນາມ-ຈີນ (ລ້າງເຊີນ 2022) ດ້ວຍຫົວຂໍ້ “ມິດຕະພາບ-ຮ່ວມມື-ຮ່ວມສຳພັນ-ພັດທະນາ”. ງານຕະຫຼາດນັດດັ່ງກ່າວມີ ມີການເຂົ້າຮ່ວມຂອງກວ່າ 100 ອົງການ, ວິສາຫະກິດພາຍໃນ ແລະ ຕ່າງປະເທດດ້ວຍ ເກືອບ 300 ຮ້ານຂາຍເຄື່ອງ. ງານຕະຫຼາດນັດແມ່ນການເຄື່ອນໄຫວສົ່ງເສີມການຄ້າ ມີການກຳນົດທິດໃສ່ການສົ່ງອອກ; ໜູນຊ່ວຍວິສາຫະກິດຍູ້ແຮງ ການຜະລິດໄດ້ເນີນທຸລະກິດ, ພັດທະນາຕະຫຼາດ, ຊອກຫາຄູ່ຮ່ວມມື, ໂຄສະນາ, ຈຳໜ່າຍຜະລິດຕະພັນ; ສ້າງໂອກາດພົວພັນແລກປ່ຽນດ້ານການຄ້າ ລະຫວ່າງວິສາຫະກິດ ຫວຽດນາມ ແລະ ຈີນ ຮ່ວມມືລົງທຶນ, ພ້ອມກັນພັດທະນາ. ທ່ານດັ້ງຮ່ວາງອານ, ຮອງລັດທະມົນຕີ ກະຊວງອຸດສາຫະກຳ ແລະ ການຄ້າ ຫວຽດນາມ, ໃຫ້ຮູ້ວ່າ:

“ງານຕະຫຼາດນັດຄັ້ງທີ 7 ຈັດຢູ່ລ້າງເຊີນ ແລະ ໄດ້ດຳເນີນໄປໃນສະພາບການສຸດພິເສດ, ກ່ຽວກັບໂອກາດທີ່ ທ່ານເລຂາທິການ ຫງຽນຟູຈ້ອງ ຫາກໍ່ປະຕິບັດສຳເສັດການຢ້ຽມຢາມຈີນ ຢ່າງເປັນທາງການ. ຢ່າງຈົບງາມແນ່ນອນວ່າງານຕະຫຼາດນັດການຄ້າສາກົນ ຫວຽດນາມ-ຈີນ ຢູ່ລ້າງເຊີນ 2022 ຈະເປັນເຫດການປະກອບສ່ວນເຮັດໃຫ້, ການພົວພັນສອງຝ່າຍ ເວົ້າລວມ, ກໍ່ຄືການພົວພັນດ້ານການຄ້າລະຫວ່າງສອງປະເທດ ເວົ້າສະເພາະ ກົມກຽວກັນໃຫ້ເລິກເຊິ່ງຂຶ້ນຕື່ມ.

ງານຕະຫຼາດນັດການຄ້າສາກົນ ຫວຽດນາມ-ຈີນ ຢູ່ ລ້າງເຊີນ 2022 ໄຂຂຶ້ນນັບແຕ່ວັນທີ 2 ເຖິງວັນທີ 9 ພະຈິກ ຈຶ່ງຈະອັດລົງ.

ຕອບກັບ

ຂ່າວ/ບົດ​ອື່ນ