ໄຂງານຕະຫຼາດນັດການຄ້າສາກົນຫວຽດນາມ-ຈີນຢູ່ແຂວງລາວກາຍ

ໄຂງານຕະຫຼາດນັດການຄ້າສາກົນຫວຽດນາມ-ຈີນຢູ່ແຂວງລາວກາຍ - ảnh 1
ງານ​ຕະຫຼາດນັດ​ການ​ຄ້າ​ສາກົນ​ຫວຽດນາມ-​ຈີນ​ຢູ່​ແຂວງລາວ​ກາຍ
(ພາບ: vntimes.com.vn)


(vovworld) – ງານ​ຕະຫຼາດນັດ​ການ​ຄ້າ​ສາກົນ​ຫວຽດນາມ-​ຈີນ​ຢູ່​ແຂວງລາວ​ກາຍ ​ແມ່ນ​ງານ​ຕະຫຼາດນັດ​ປະຈຳ​ປີ​ໄດ້​ຮັບ​ການຈັດ​ຕັ້ງ​ຂຶ້ນ​ເພື່ອ​ແນ​ໃສ່​ຊຸກຍູ້​ການ​ຮ່ວມ​ມື, ການ​ພັດທະນາ​ເສດຖະກິດ​ລະຫວ່າງ​ບັນດາ​ແຂວງ ລາວ​ກາຍ ​ແລະ ບັນດາ​ແຂວງ, ນະຄອນ​ຂອງ ຫວຽດນາມ ກັບ​ແຂວງ ຢຸນໜານ (​ປະ​ເທດ ຈີນ). ກ່າວ​ຄຳ​ເຫັນ​ທີ່​ພິທີ​ໄຂ​ງານ​ຕະຫຼາດນັດ​ໃນ​ຕອນ​ຄຳ່​ວັນ​ທີ 13/11, ທ່ານ ຫງວຽນ​ແທງ​ເຢືອງ, ຮອງ​ປະທານ​ຄະນະ​ກຳມະການ​ປະຊາຊົນ​ແຂວງ ລາວ​ກາຍ ​ໃຫ້​ຮູ້​ວ່າ: ງານ​ຕະຫຼາດນັດ​ປີ​ນີ້ ມີ​ຮ້ານວາງສະ​ແດງກ່ວາ 700 ຮ້ານ. ​ໃນ​ນັ້ນ​ມີ​ກ່ວາ 500 ຮ້ານ​ຂອງ​ຫວຽດນາມ ​ແລະ 200 ຮ້ານ​ຂອງ​ບັນດາ​ວິ​ສາ​ຫະກິດ​ທີ່​ມາ​ຈາກ​ແຂວງ ຢຸນໜານ, ໜານ​ໜິງ ​ແລະ ນະຄອນ ຊັນ​ຈັງ (ປະ​ເທດ​ຈີ​ນ) ງານ​ຕະຫຼາດນັດ​ແມ່ນ​ກາລະ​ໂອກາດ​ເພື່ອ​ໃຫ້​ບັນດາ​ວິ​ສາ​ຫະກິດ​ຊອກ​ຮູ້ ​ແລະ ຮ່ວມ​ມື​ຜະລິ​ດ, ຈຳໜ່າຍ​ສິນຄ້າ.

        ກ່ອນ​ໜ້າ​ນັ້ນ, ຕອນ​ບ່າຍ​ວັນ​ທີ 13/11, ການ​ນຳ​ແຂວງ ລາວ​ກາຍ ​ແລະ ​ແຂວງ​ຢຸນໜານ ມີ​ການ​ເຈລະຈາ​ກ່ຽວ​ກັບ​ການ​ຮ່ວມ​ມື​ໃນ​ຫຼາຍ​ຂົງ​ເຂດ, ​ໃນ​ນັ້ນ​ມີ​ການ​ຄ້າ ​ແລະ ການ​ລົງທຶນ, ຄົມ​ມະ​ນາ​ຄົມ - ຂົນ​ສົ່ງ, ການ​ຮ່ວມ​ມື​ສ້າ​ງ​ເຂດ​ເສດຖະກິດ​ຊາຍ​ແດ​ນ.

        ຮອດ​ຈຸ​ດ​ເວລາ​ນີ້, ​ໃນ​ບໍລິ​ເວນ​ແຂວງ ລາວ​ກາຍ ມີ​ 30 ໂຄງການ FDI ຍັງ​ມີ​ຜົນ​ສັດ​ສິດ, ​ໃນ​ນັ້ນ​ມີ 12 ​ໂຄງການ​ທີ່​ມາ​ຈາກບັນດາ​ນັກ​ລົງ​ທຶນ​ແຂວງ ຢຸນໜານ, ດ້ວຍ​ຍອດ​​ທຶນ​ຈົດ​ທະບຽນ​ກ່ວາ 400 ລ້ານ USD.

 

 

ຂ່າວ/ບົດ​ອື່ນ